ບໍ່ມີໃຜຢາກໃຫ້ເກີດ ລົງແຂ່ງຂັນໃຜກະຢາກຊະນະ ພວກນ້ອງເຮັດເຕັມທີ່ແລ້ວນັດນີ້! ປະມວນພາບການແຂ່ງຂັນບານເຕະນັດ WIG NAGA ຮຸ່ນອາຍຸ 10 ປີ ເສຍໃຫ້ກັບ ບາງກອກ ທົນບູຣີ ຫວຸດຫວິດ 0-1 ນັດ ໃນຮອບ 4 ທີມສຸດທ້າຍ ໃນຕອນເຊົ້າຂອງວັນທີ 23 ຕຸລາ 2022 ໃນການແຂ່ງຂັນບານເຕະລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊ້ມ
ຈາກຜົນດັ່ງກ່າວ ເຮັດໃຫ້ຕ້ອງໄປຊີງອັນດັບ 3 ກັບ ເບຊິກ ໃນເວລາ 14:20 ໂມງ
ສ່ວນ ອີກ 1 ທີມຈາກລາວ ມາຊດ້າ ຢູ 8 ເຮັດໄດ້ເຂົ້າຮອບຊີງຊະນະເລີດ ໄປພົບກັບ ສະຫວັດດີບົວຣ ໃນເວລາ 13:00 ໂມງ.