WIG NAGA ຮຸ່ນອາຍຸບໍ່ເກີນ 10 ປີກັບປະສົບການຄັ້ງທໍາອິດໃນການໄປແຂ່ງຂັນທີ່ຕ່າງປະເທດ ແລະ ລະເບີດຟອມເກັ່ງທີ່ສຸດ ສ້າງຜົນງານຢ່າງໂດດເດັ່ນລົງສະໜາມ 3 ນັດຊະນະລວດ ຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະແຊ້ມກຸ່ມ ໃນການແຂ່ງຂັນບານເຕະລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊ້ມ ຜົນປະຈໍາວັນທີ 22 ຕຸລາ 2022 ມີຄື:
1.WIG NAGA 11-0 ຊຽງຣາຍ
2.ສູນຝຶກຟຸດບອລມານິດນ້ອຍເວດ 0-2 WIG NAGA
3.ເບສິກ 0-1 WIG NAGA
ເພື່ອເປັນກໍາລັງໃຈໃຫ້ກັບ ນັກເຕະຫຼານນ້ອຍເຍົາວະຊົນລາວ ຫຼ້າສຸດສູນສັນລະຍະກໍາຄວາມງາມຄົບວົງຈອນ ( Mixay Beauty Clinic Center ) ອັດສີດ 10.000.000 ລ້ານກີບ ກ່ອນລົງແຂ່ງຂັນຮອບ 4 ທີມສຸດທ້າຍໃນມື້ອື່ນວັນທີ 23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ