• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຍອດເງິນບໍລິຈາກກິດຈະກຳລອຍຂ້າມນໍ້າຂອງ ຂອງໂຕໂນ່ ພາຄີນ ທະລຸ ກາຍ46ລ້ານບາດແລ້ວ

ການລອຍນ້ຳຂ້າມນ້ຳຂອງຈາກໄທມາລາວ ຂອງໜຸ່ມໂຕໂນ່ພາຄິນ ຄຳວິໄລສັກ ເພື່ອລະດົມທຶນເພື່ອຈັດຊື້ອຸປະກອນການແພດໃຫ້ສອງໂຮງໝໍໃນນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ ໄດ້ເລີ່ມແລ້ວໃນຕອນເຊົ້າຂອງມື້ນີ້ ວັນທີ22 ຕຸລາ 2022 ທ່າມກາງກະແສດຣາມາ ແຕ່ກໍບໍ່ໄດ້ບັນທອນຄວາມຕັ້ງໃຈຂອງໂຕໂນ່.

ເສັ້ນທາງການລອຍນໍ້າຂ້າມມາຂອງໜຸ່ມໂຕໂນ່ຄັ້ງນີ້ຖືເປັນການລອຍນ້ຳຂ້າມນ້ຳຂອງດ້ວຍໂຕເປົ່າຄັ້ງທຳອິດ ຕາມການສຳຫຼວດແມ່ນມີໄລຍະທາງລວມ 15 ກິໂລແມັດ ຈາກນະຄອນພະນົມຂອງໄທ ມາຍັງແຂວງຄຳມ່ວນ ສປປ ລາວ ເພື່ອລະດົມທຶນຈັດຊື້ອຸປະກອນການແພດໃຫ້ໂຮງໝໍໃນຈັງຫວັດນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ.

ກິດຈະກຳນີ້ມີຊື່ວ່າ One Man And The River ແປວ່າໜຶ່ງຄົນລອຍຫຼາຍຄົນໃຫ້ ໂດຍມີຈຸດເລີ່ມຕົ້ນທີ່ບໍລິເວນພະລານລັດຕະນາຄຣາດ ຈັງຫວັດນະຄອນພະນົມ ມຸ້ງໜ້າສູ່ທ່ານ້ຳແສງສິງແກ້ວ ແວ່ຂຶ້ນຕະລິ່ງເພື່ອຮັບກຳລັງໃຈ ແລະເງິນບໍລິຈາກຕະຫຼອດແນວຕະລິ່ງນ້ຳຂອງ.

ຈາກນັ້ນຈະລອຍໄປຍັງວັດພະທາດສີໂຄດຕະບອງ ແຂວງຄຳມ່ວນ ເຊິ່ງເປັນຈຸດທີ່ຕ້ອງລອຍສະຫຼຽງໄປຕາມແລວນ້ຳເພື່ອຂ້າມຝັ່ງຂອງ ຄາດວ່າຈະເປັນຈຸດທີ່ໜັກທີ່ສຸດໃນກິດຈະກຳຄັ້ງນີ້ ລວມໄລຍະທາງປະມານ 10 ກິໂລແມັດ ເຊິ່ງໜຸ່ມໂຕໂນ່ ໄດ້ລອຍມາຮອດຝັ່ງ ແຂວງຄຳມ່ວນຢ່າງປອດໄພ ໂດຍໄດ້ຮັບການຕ້ອນຮັບຈາກການນຳແຂວງຄຳມ່ວນ ແລະ ປະຊາຊົນຊາວລາວຢ່າງໜາແໜ້ນ.

ພາຍຫຼັງມາຮອດຝຣັ່ງລາວ ໜຸ່ມໂຕໂນ່ ໄດ້ເຂົ້າໄປສັກກາລະບູຊາ ພະທາດສີໂຄດຕະບອງກ່ອນເດີນທາງດ້ວຍລົດໄປຍັງໂຮງໝໍແຂວງຄຳມ່ວນ ແລ້ວເຂົ້າພັກຜ່ອນ ແລະ ຮັບປະທານອາຫານທ່ຽງທີ່ໂຮງແຮມ.

ສ່ວນຂາກັບໂຕໂນ່ ຈະລອຍຂ້າມຈາກຫາດບ້ານນາເມືອງ ເມືອງທ່າແຂກ ເພື່ອກັບສູ່ຈຸດເລີ່ມຕົ້ນ ໄລຍະທາງປະມານ 5 ກິໂລແມັດ.

ສ່ວນຍອດບໍລິຈາກຜ່ານລະບົບໃນກິດຈະກຳ One Man And The River ມາຮອດເວລາ 15:00ໂມງ  ວັນທີ22 ຕຸລາ 2022 ທະລຸ 46,6ລ້ານບາດ.

Leave a Reply

Your email address will not be published. Required fields are marked *