ການຊ່ວງເຮືອຢູ່ຫຼວງພະບາງ ວາລະທາງການໄດ້ສິ້ນສຸດລົງດົນແລ້ວ ແຕ່ຂໍ້ສະຫຼຸບຜົນການແຂ່ງຂັນຍັງເປັນທີ່ຄາອົກຄາໃຈມວນຊົນຜູ້ທີ່ໄດ້ໄປເບິ່ງໄປຊົມ ເນື່ອງຈາກຮອບຊີງຊະນະເລີດແປກໆ ແບບບໍ່ສຸດກົກສຸດປາຍທ້າຍສຸດເຮືອນະຄອນຫຼວງໄດ້ແຊັ້ມແຕ່ຜູ້ເບິ່ງບໍຈົບຢາກໄດ້ຄຳຕອບ ຈົນສຸດທ້າຍຄຳຕອບກໍ່ມາ.
ຂ່າວຈາກ ນະຄອນຫຼວງພະບາງເຈົ້າພາບຈັດງານ ໃຫ້ຮູ້ຕອນແລງຂອງວັນທີ31 ສີງຫາ 2022 ນີ້ ໂດຍທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຊີ້ແຈງກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊີ່ງເປັນການພົບກັນລະຫວ່າງ ເຮືອຊ່ວງຂອງນະຄອນຫຼວງວຽງຈັນ ບໍລິສັດແສງເພັດເກັບກູ້ລະເບີດ ກັບ ເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດພັນທະມິດກຼຸບ.
ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ການຊ່ວງເຮືອປະຈຳປີພສ 2565 ຢູ່ນະຄອນ ຫຼວງພະບາງບໍ່ມີການຊີງຊະນະເລີດຍ້ອນ ເຮືອຄູ່ຊີງຊະນະເລີດທັງສອງລຳ ມີຂໍ້ຂັດແຍ່ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜື່ງອອກ ບາງລຳບໍ່ຍອມອອກ, ພ້ອມນີ້ ນັກກິລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກິລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຟັ່ງນ້ຳຄານ ແລະຊົມຜ່ານການຖ່າຍທອດສົດ ຖ້າເບີ່ງການຊ່ວງເຮືອຄູ່ຊີງຊະນະເລີດ ແລະອີກບັນຫາໜື່ງແມ່ນ ຍ້ອນກຳມະການ ດຳເນີນການກວດກາເຕັກນິກບໍ່ຄົບຖ້ວນ ຕາມລະບຽບການ ແລະບໍ່ເຂັ້ມງວດໃນການປະຕິບັດໜ້າທີ່.
ສ່ວນບັນຫາທີ່ປີ່ນອ້ອມທ່ານໄດ້ໃຫ້ຮູ້ວ່າ: ເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກ ແລ່ນໄປ-ມາ ໃນສະຖານທີ່ແຂ່ງຂັນ, ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງໃຊ້ເວລາແກ່ຍາວ ເຮັດໃຫ້ນັກກິລາບໍ່ມີສະມາທິໃນການແຂ່ງຂັນ.
ທ່ານ ວຽງທອງ ຫັນສະຈັນ ໃຫ້ຮູ້ຕື່ມວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂື້ນ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈີງ ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກສ່ວນ ແລະສາມາດສະຫຼຸບບັນຫາລວມຕົວຈີງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດພັນທະມິດກຼຸບ ໄດ້ສະຫຼະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ ຄະນະກຳມະການຈື່ງຕັດສີນໃຫ້ເຮືອຊ່ວງນະຄອນຫຼວງວຽງຈັນ ບໍລິສັດແສງເພັດເກັບກູ້ລະເບີດ ໄດ້ຄອງຊະນະເລີດ.
ໂອກາດນີ້ ທ່ານໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ສົ່ງຄຳເຫັນຕໍ່ການຈັດງານບຸນຊ່ວງເຮືອຢູ່ນະຄອນ ຫຼວງພະບາງ ໃນປີນີ້ ເຊີ່ງທຸກບັນຫາຄົງຄ້າງ ອົງການປົກນະຄອນ ຫຼວງພະບາງ ຂໍຮັບເອົາທຸກບັນຫາຄົງຄ້າງ ເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີ 2023 ປະສົບຜົນສຳເລັດ ແລະໄດ້ຮັບຜົນດີຂື້ນກວ່າເກົ່າ.