• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ຍິນດີກັບສາວ ນະຄອນຫຼວງວຽງຈັນ ເອົາຊະນະ ຈໍາປາສັກ ປ້ອງແຊ້ມບານເຕະແຫ່ງຊາດ 2022

ຂໍສະແດງຄວາມຍິນດີກັບທີມບານເຕະຍິງ ນະຄອນຫຼວງວຽງຈັນ ສາມາດປ້ອງກັນແຊ້ມລາຍການ ການແຂ່ງຂັນກິລາບານເຕະແຫ່ງຊາດປະຈຳປີ 2022 ຫຼັງສາມາດເອົາຊະນະ ທີມບານເຕະຍິງແຂວງຈໍາປາສັກ 1-0 ເມື່ອວັນທີ 21 ຕຸລາ 2022.

ນັດດັ່ງກ່າວ ອິນທິດາ ຄູນສີ ຍິງປະຕູໃຫ້ກັບ ນະຄອນຫຼວງວຽງຈັນ ຂຶ້ນນໍາ 1-0 ນາທີໆ 10 ຈາກຟຣີຄິກ, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເກີດຂຶ້ນ ເຮັດໃຫ້ ນະຄອນຫຼວງວຽງຈັນ ຄວ້າແຊ້ມໄປຄອງ ແລະ ເປັນການປ້ອງກັນແຊ້ມໄດ້ສໍາເລັດ ເພາະເຄີຍຄວ້າແຊັມບານເຕະທົ່ວປະເທດ 2020 ກ່ອນປີ 2022 ປ່ຽນຊື່ມາເປັນບານເຕະແຫ່ງຊາດ.

ເຮັດໃຫ້ ທີມບານເຕະຍິງ ນະຄອນຫຼວງວຽງຈັນ ໄດ້ຮັບເງິນລາງວັນຈໍານວນ 100.000.000 ກີບ, ຂັນລາງວັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ, ສ່ວນທີມຮອງຊະນະເລີດ ຈໍາປາສັກ ໄດ້ຮັບເງິນລາງວັນຈໍານວນ 50.000.000 ກີບ ແລະ ຫຼຽນຮອງຊະນະເລີດ.

Leave a Reply

Your email address will not be published. Required fields are marked *