• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍນັກກິລາ ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022

ByAdmin N

Oct 21, 2022

ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຊຸດໃຫຍ່ ເພືອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022.


ທີມຊາດລາວຊຸດໃຫຍ່ຖືກຈັດຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ,ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ.
ນັກກິລາ27 ຄົນມີດັ່ງນີ້:
ຜູ້ຮັກສາປະຕູ
1.ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ
2.ພູນິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ
3. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ
4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ


ກອງຫລັງ
5. ກິດຕິສັກ ພົມວັງສາ ຈາກ ສະໂມສອນ ຊ້າງນ້ອຍ
6. ລຸ້ງເລຶອງ ແກ້ວພູວົງ ຈາກ ສະໂມສອນ ຊ້າງນ້ອຍ
7. ທິບພະຈັນ ອິນທະວົງ ຈາກ ສະໂມສອນ ຊ້າງນ້ອຍ
8. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ
9. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ


10. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຮາ
11. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
12. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫລວງພະບາງ
13. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ແຂວງ ຈໍາປາສັກ
14. ແອັດ ວຽງຄໍາ ຈາກ ສະໂມສອນ ມາສເຕີ 7


ກອງກາງ
15. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ
16. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ
17. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ
18. ອະນຸສອນ ໄຊປັນຍາ ຈາກ ສະໂມສອນ ອງກາງ ເອສະຣາ


19. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
20. ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
21. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຮາ
22. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ແຂວງ ຈໍາປາສັກ
23.ພູວຽງ ພູມສະຫວັດ ຈາກ ສະໂມສອນ ວຽງຈັນ


ກອງຫນ້າ
24. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ
25. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
26. ສຸກພະຈັນ ເລື່ອນທາລາ ຈາກ ສະໂມສອນ ແຂວງຈໍາປາສັກ
27.ເອກະໄມ ຣາດຊະຈັກ ຈາກ ສະໂມສອນ ແຂວງ ຈໍາປາສັກ


ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ໃນລາຍການ AFF Mitsubishi electric Cup 2022 (ຮອບແບ່ງກຸ່ມ)
– ວັນທີ 21 ທັນວາ : ທີມຊາດລາວ ພົບກັບ ທີມຊາດຫວຽດນາມ (ສະໜາມກິລາແຫ່ງຊາດ ຫຼັກ16)
– ວັນທີ 24 ທັນວາ : ທີມຊາດລາວ ພົບກັບ ທີມຊາດມາເລເຊຍ
– ວັນທີ 27 ທັນວາ : ທີມຊາດລາວ ພົບກັບ ທີມຊາດສີງກະໂປ (ສະໜາມກິລາແຫ່ງຊາດ ຫຼັກ16)
– ວັນທີ 30 ທັນວາ : ທີມຊາດລາວ ພົບກັບ ທີມຊາດມຽນມາ

Leave a Reply

Your email address will not be published. Required fields are marked *