• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ເປີດເສັ້ນທາງການລອຍນ້ຳຂ້າມຂອງລວມ 15 ກິໂລແມັດ ຂອງໜຸ່ມໂຕໂນ່ ພາຄິນ 22 ຕຸລານີ້

ມື້ອື່ນ 22 ຕຸລາ 2022 ທີ່ໜຸ່ມນັກຮ້ອງ, ນັກສະແດງ ຈາກລາຊະອານາຈັກໄທ ຄື ໂຕໂນ່ ພາຄິນ ຄຳວິໄລສັກ ຈະລອຍນ້ຳຂ້າມນ້ຳຂອງມາລາວ ເພື່ອລະດົມທຶນຊ່ວຍໂຮງໝໍທັງລາວ ແລະໄທ.


ມື້ນີ້ເຮົາມາຮູ້ຈັກ ເສັ້ນທາງການລອຍນໍ້າຂ້າມມາຂອງໜຸ່ມໂຕໂນ່ກັນດີກວ່າ ຊຶ່ງນີ້ຖືເປັນການລອຍນ້ຳຂ້າມນ້ຳຂອງດ້ວຍໂຕເປົ່າຄັ້ງທຳອິດ ຕາມການສຳຫຼວດແມ່ນມີໄລຍະທາງລວມ 15 ກິໂລແມັດ ຈາກນະຄອນພະນົມຂອງໄທ ມາຍັງແຂວງຄຳມ່ວນ ສປປ ລາວ ເພື່ອລະດົມທຶນຈັດຊື້ອຸປະກອນການແພດໃຫ້ໂຮງໝໍໃນຈັງຫວັດນະຄອນພະນົມ ແລະ ໂຮງໝໍແຂວງຄຳມ່ວນ.

ກິດຈະກຳນີ້ມີຊື່ວ່າ One Man And The River ແປວ່າໜຶ່ງຄົນລອຍຫຼາຍຄົນໃຫ້ ໂດຍມີຈຸດເລີ່ມຕົ້ນທີ່ບໍລິເວນພະລານລັດຕະນາຄຣາດ ຈັງຫວັດນະຄອນພະນົມ ມຸ້ງໜ້າສູ່ທ່ານ້ຳແສງສິງແກ້ວ ແວ່ຂຶ້ນຕະລິ່ງເພື່ອຮັບກຳລັງໃຈ ແລະເງິນບໍລິຈາກຕະຫຼອດແນວຕະລິ່ງນ້ຳຂອງ.

ຈາກນັ້ນຈະລອຍໄປຍັງວັດພະທາດສີໂຄດຕະບອງ ແຂວງຄຳມ່ວນ ເຊິ່ງເປັນຈຸດທີ່ຕ້ອງລອຍສະຫຼຽງໄປຕາມແລວນ້ຳເພື່ອຂ້າມຝັ່ງຂອງ ຄາດວ່າຈະເປັນຈຸດທີ່ໜັກທີ່ສຸດໃນກິດຈະກຳຄັ້ງນີ້ ລວມໄລຍະທາງປະມານ 10 ກິໂລແມັດ.


ເມື່ອລອຍນ້ຳຂອງສຳເລັດ ໜຸ່ມໂຕໂນ່ແມ່ນຈະເຂົ້າໄປສັກກາລະບູຊາ ພະທາດສີໂຄດຕະບອງກ່ອນເດີນທາງດ້ວຍລົດໄປຍັງໂຮງໝໍແຂວງຄຳມ່ວນ ແລະເດີນທາງໄປທີ່ຫາດບ້ານນາເມືອງ ເມືອງທ່າແຂກ ເພື່ອລອຍນ້ຳກັບສູ່ຈຸດເລີ່ມຕົ້ນ ໄລຍະທາງປະມານ 5 ກິໂລແມັດ.
ທ່ານໝໍ ໃນຈັງຫວັດນະຄອນພະນົມກ່າວວ່າ: ເພື່ອຄວາມປອດໄພຂອງກິດຈະກຳເພື່ອການກຸສົນໃນຄັ້ງນີ້ ເຈົ້າໜ້າທີ່ໄດ້ກຽມທີມເສີມ ມີການວາງທຸ້ນລອຍນ້ຳໃນທຸກໆ 50 ແມັດ ລວມເຖິງມີອຸປະອນຊູູຊີບຕິດຕົວ ຂະນະດຽວກັນກໍຍັງມີທີມສະໜັບສະໜູນທີ່ເຄີຍລອຍນ້ຳຮ່ວມກັບໂຕໂນ່ ເຊິ່ງເປັນທັງນັກກິລາລອຍນ້ຳ, ອະດີດນັກກິລາທີມຊາດ, ນັກລອຍນ້ຳຈາກຈັງຫວັດຂອນແກ່ນກັບທີມກູ້ໄພທີ່ຂີ່ເຈັສກີດູແລມານຳຕະຫຼອດທາງ.

ກິດຈະກຳຄັ້ງນີ້ມີ ກະແສດຣາມ້າຕໍ່ເນື່ອງມາ ແຕ່ໜຸ່ມໂຕໂນ່ເອງແມ່ນຕັ້ງໃຈໜັກແໜ້ນ ຕ້ອງລອຍຂ້າມນ້ຳຂອງໃຫ້ໄດ້ ເພື່ອເຮັດສິ່ງທີ່ໃຈໝາຍໄວ້ ໂຕໂນ່ບອກວ່າ: ໃນໂລກນີ້ຄວາມສຳເລັດຈະໄດ້ມາດ້ວຍການລົງມືເຮັດເທົ່ານັ້ນ ເຖິງຈະມີສຽງຄັດຄ້ານ ແຕ່ຕົນຖະໜັດດ້ານນີ້ກໍຈະລົງມືເຮັດໃຫ້ເຖິງທີ່ສຸດ.

ໃນກິດຈະກຳ One Man And The River ຕາມການອັບເດດຫຼ້າສຸດ ຍອດບໍລິຈາກແມ່ນທະລຸແລ້ວຫຼາຍກວ່າ 5 ລ້ານບາດ ຈາກເປົ້າໝາຍທີ່ຕັ້ງໄວ້ທີ່ 10 ລ້ານບາດ.

ໂຕໂນ່ ໄດ້ກ່າວຂອບໃຈສັ້ນໆວ່າ ຂອບໃຈທີ່ຊ່ວຍສົ່ງແຮງໃຈໃຫ້ຕັ້ງແຕ່ຍັງບໍ່ທັນເລີ່ມລອຍນ້ຳ ຂອບໃຈທີ່ຊ່ວຍກັນ ບໍ່ຮູ້ຈະສຳເລັດຫຼືບໍ່? ແຕ່ທີ່ແນ່ນອນ ເຮົາຈະໄດ້ຮ່ວມກັນຊ່ວຍບັນດາແພດໝໍ ລວມເຖິງການປູກຈິດສຳນຶກໃຫ້ທຸກຄົນຮັກ ແລະດູແລຮັກສາແມ່ນ້ຳຂອງຫຼາຍຂຶ້ນ.

 

Leave a Reply

Your email address will not be published. Required fields are marked *