• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ຈະລົງມືກໍ່ສ້າງທາງເບຕົງ ແຕ່ເສັ້ນທາງ 13 ໃຕ້ຫາຫ້ວຍໝາກຮຽວ ດ້ວຍງົບ 211 ຕື້ກີບ

ໜັງສືພິມວຽງຈັນໃໝ່ລາຍງານວ່າ: ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ສາມແຍກທາງທີ 13 ໃຕ້ (ບ້ານໜອງບົວທອ)-ບ້ານສ້າງໃສ-ບ້ານໝາກຮຽວ (ສາມແຍກຫ້ວຍໝາກຮຽວ ທາງເລກທີ 11 ໃຕ້) ເສັ້ນທາງຈາກບ້ານສ້າງໃສ-ບ້ານນາຝາຍ ແລະ ເສັ້ນທາງເລກທີ 11 ຕອນໃຕ້ ແຕ່ສາມແຍກຫ້ວຍໝາກຮຽວ ຫາຈຸດສຸດທ້າຍທາງເບຕົງ (ເສັ້ນທາງເລກທີ 11 ໃຕ້) ເມືອງປາກງື່ມ ນະຄອນຫລວງວຽງຈັນ ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແລະ ບໍລິສັດ psl ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 19 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ.


ຮ່ວມລົງນາມລະຫວ່າງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແລະ ທ່ານ ນາງ ພວງທອງ ສຸຍະວົງ ປະທານບໍລິສັດ psl ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານເຈົ້າເມືອງປາກງື່ມ ພ້ອມດ້ວຍບັນດາຫົວໜ້າ ຮອງຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ໂຄງການກໍ່ສ້າງເສັ້ນທາງເບຕົງດັ່ງກ່າວໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນເປັນເຈົ້າຂອງໂຄງການ ແລະ ບໍລິສັດ psl ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເສັ້ນທາງມີຄວາມຍາວທັງໝົດ 10 ກິໂລແມັດ ແລະ ມີຄວາມກວ້າງສະເລ່ຍ 7-13 ແມັດ ເປັນທາງປູດ້ວຍເບຕົງ ມູນຄ່າການກໍ່ສ້າງທັງໝົດ 211 ຕື້ກີບ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດກໍ່ສ້າງໃນທ້າຍເດືອນຕຸລາ 2022 ແລະ ຈະໃຫ້ສຳເລັດພາຍໃນ 3 ປີ ຖ້າໂຄງການດັ່ງກ່າວສຳເລັດ ຈະເຮັດໃຫ້ການໄປມາຂອງປະຊາຊົນເຂດດັ່ງກ່າວມີຄວາມສະດວກສະບາຍຂຶ້ນກວ່າເກົ່າຈາກປັດຈຸບັນທີ່ມີຄວາມຫຍຸ້ງຍາກໃນການໄປມາໂດຍສະເພາະໃນລະດູຝົນຍ້ອນເປັນເສັ້ນທາງດິນແດງ

Leave a Reply

Your email address will not be published. Required fields are marked *