• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ລາຄານໍ້າມັນຂຶ້ນອີກແລ້ວພິ້ນ້ອງ! ໃນນີ້ແອັດຊັງພິເສດຂຶ້ນຫລາຍກວ່າໝູ່ 400 ກີບຕໍ່ລິດ ເລີ່ມ20 ຕຸລາ

ປັບລາຄານໍ້າມັນເຊື້ອໄຟຂຶ້ນອີກ ເລີ່ມປະຕິບັດ ວັນທີ 20 ຕຸລາ 2022 ເວລາ 06:00 ໂມງ ເປັນຕົ້ນໄປ ໃນນີ້ແອັດຊັງພິເສດ ປັບຂຶ້ນ 400 ກີບ, ແອັດຊັງທຳມະດາ ປັບຂຶ້ນ 170 ກີບ ແລະ ກາຊວນ ປັບຂຶ້ນ 200 ກີບ/ລິດ.


ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເລກທີ 1461/ອຄ, ລົງວັນທີ 19 ຕຸລາ 2022 ແຈ້ງການເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.


ການປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດ ຄື: ນໍ້າມັນແອັດຊັງພິເສດ ປັບຂຶ້ນ 400 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ 170 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 200 ກີບ/ລິດ ເລີ່ມປະຕິບັດ ເວລາ6:00ໂມງ ວັນທີ20 ຕຸລາ 2022.


ຈາກການປັບຂຶ້ນຄັ້ງນີ້ ເຮັດໃຫ້ລາຄານໍ້າມໍ້າແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ປັບຂຶ້ນເປັນ25.610 ກີບ/ລິດ, ແອັດຊັງທຳມະດາປັບຂຶ້ນເປັນ20.870ກີບ/ລິດ ແລະ ກາຊວນປັບຂຶ້ນເປັນ20.660ກີບ/ລິດ

Leave a Reply

Your email address will not be published. Required fields are marked *