• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ເຟຣດ ແລະ ບຣູໂນ້ ຍິງຜູ້ລະປະຕູ! ຊ່ວຍ ແມນຢູ ຊະນະ ສະເປີ 2-0 ພຣີເມ່ຍລີກ ນັດກາງອາທິດ

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດກາງອາທິດ ຄືນວັນທີ 19 ຕຸລາຜ່ານມາ, ທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ເປີດບ້ານໄລ່ຕ້ອນເອົາຊະນະ ທັອດແນ່ມ ຮັອດສະເປີ 2-0 ຈາກ: ເຟຣດ ນາທີ 47′ ແລະ ບຣູໂນ້ ແຟນັນເດັຊ ນາທີ 69′ ນັດນີ້ ເອຣິກ ເທັນຮ໊າກ ຜູ້ຈັດການທີມ ປີສາດແດງ ວາງແທັກຕິກ ກົນລະຍຸດດີກວ່າ ອັນໂຕນີໂອ ຄອນເຕ້ ຄອງບານດີ ສ້າງໂອກາດຍິງໄດ້ຫລາຍກວ່າທີມຢາມຊັດເຈນ ແລະ ຢຸດເກມບຸກຂອງ ສະເປີ ໄດ້ຢ່າງເດັດຂາດ ພາ ແມນຢູ ຊະນະ ສະເປີ 4 ນັດລວດ ໃນຮອບ 12 ປີ.

ຂະນະທີ່ ລີເວີພູລ ເປີດບ້ານເຊືອດ ເວັສແຮມ ຢູໄນເຕັດ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ດາວິນ ນູເຢັສ ນາທີ 22′ ແລະ ເກມນີ້ ເວັສແຮມ ຍິງຈຸດໂທດບໍ່ເຂົ້າໃນນາທີ 45′ ຈາຣັອດ ໂບເວັນ ຍິງບໍ່ຜ່ານມືຂອງ ອາລີຊົງ ເບັກເກີ.

ສ່ວນ ເຊວຊີ ບຸກສະເໝີກັບ ເບັນຟອດ 0-0, ນິວຄາສເຊິນ ຊະນະ ເອຟເວີຕັນ 1-0 ແລະ ບຣອນມັດ ເສຍໃຫ້ ເຊົາແທ່ມຕັນ 0-1.

ຕາຕະລາງຄະແນນຂະນະນີ້ ສະເປີ ມີ 23 ຄະແນນຈາກ 11 ນັດ ຍັງຢູ່ອັນດັບ 3, ຂະນະທີ່ ແມນຢູ ມີ 19 ຄະແນນຈາກ 10 ນັດ ຢູ່ທີ 5, ສ່ວນ ເຊວຊີ ມີ 20 ຄະແນນຈາກ 10 ນັດ ຢູ່ທີ 4, ນິວຄາສເຊິນ ມີ 18 ຄະແນນຈາກ 11 ນັດ ແລະ ລີເວີພູລ ມີ 16 ຄະແນນຈາກ 10 ນັດ. ສ່ວນໃນຄໍ່າຄືນນີ້ ຈະມີແຂ່ງຂັນ 2 ຄູ່ ຟູແລ່ມ ພົບ ແອັສຕັນ ວິນລ້າ ເວລາ 1:30 ແລະ ເລັສເຕີ ຊິຕີ້ ພົບ ລີດຢູໄນເຕັດ ເວລາ 2:15.

Photo: Manchester United

Leave a Reply

Your email address will not be published. Required fields are marked *