• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ປະກາດຫາເຈົ້າຂອງເງິນ ກົດແລ້ວໜີໄປກ່ອນ 1000.000 ກີບໄປພົວພັນເອົາເດີ້

ByAdmin S

Aug 31, 2022

ມື້ນີ້ 31 ສິຫງາ 2022 ທີ່ແຂວງສະຫວັນນະເຂດ ມີທັງຂ່າວຮ້າຍ ແລະຂ່າວດີ ຂ່າວຮ້າຍຄືເຈົ້າຂອງເງິນທ່ານໜຶ່ງໄປກົດເງິນແລ້ວໜີກ່ອນທີ່ເງິນຈະອອກມາ ສ່ວນຂ່າວດີ ມີຄົນນ້ຳໃຈປະເສີດໄປພົບເຫັນເງິນນັ້ນ ແລະເກັບໄວ້ໃຫ້ເຈົ້າຂອງຜູ້ແທ້ຈີງ.

ຜູ້ລາວປະກາດຫາເຈົ້າຂອງເງິນ ກໍ່ຄືບຸກຄົນດີຂອງຊາດຄົນນີ້ ຊື່ວ່າພິດສະໄໝ ວົງຫາເທບ ເພິ່ນບອກວ່າ ຕອນປະມານ9:27:32 (ຕາມສລິສເງິນ)ຂອງວັນທີ 31 ສິງຫາ 2022 ຕົນໄປໄປກົດເງີນຕູ້ATMຂອງທະນາຄານການຄ້າຂ້າງຫ້ອງການໆຄ້າແຂວງສະຫວັນນະເຂດ.


ກຳລັງປ້ອນບັດເຂົ້າມີເງີນໄຫລອອກມາ1.000.000ກີບ(ບັດທີ່ກົດບໍ່ແມ່ນບັດ ທນຄ ການຄ້າເພາະມີຄ່າທຳນຽມກົດ2.000ກີບ)
ຫນ້າຈະເປັນເງີນຜູ້ທີ່ມາກົດກ່ອນຖ້າບໍ່ໄດ້ເງີນລະອອກໄປເລີຍ!

ທາງນີ້ກະບໍ່ຈື່ວ່າເປັນຄົນແນວໃດຈື່ແຕ່ວ່າເປັນ ຜູ້ຊາຍກັບຜູ້ຍີງຂີ່ລົດຈັກ ຖ້າໃຜຮູ້ສືກໂຕວ່າເປັນຂອງໂຕເອງແທ້ໃຫ້ຕິດຕໍ່ມາເດີ02055665395

Leave a Reply

Your email address will not be published. Required fields are marked *