ໂຈເຊ່ ມູຣິນໂຢ້ ຜູ້ຈັດການທີມຊື່ດັງຊາວປັອກຕຸຍການ ພາ ທັບໝາປ່າ ໂຣມ້າ ຟອມດີຕ່ໍເນື່ອງ ຫລ້າສຸດພາທີມເປີດບ້ານຊະນະ ນ້ອງໃໝ່ ມອນຊ້າ 3-0 ເກມເຊຣີອາ ອີຕາລີ ລະດູການໃໝ່ 2022-23 ນັດທີ 4 ໃນຄືນວັນທີ 30 ສິງຫາຜ່ານມາ ໂດຍ ປາໂບ ດີບາລ້າ ຊັດສອງປະຕູ ນາທີ 18′ ແລະ ນາທີ 32′ ກາຍເປັນປະຕູທີ 100 ຂອງສູນໜ້າ ໄວ 28 ປີ ທີມຊາດອາກຊັງຕິນ ໃນລີກສູງສຸດຂອງອີຕາລີ, ສ່ວນອີກໜຶ່ງປະຕູໃນເກມນີ້ໄດ້ຈາກ ໂຣເຈີ ອີບາເນັຊ ນາທີ 61′.
ຜົນອີກສອງຄູ່: ອິນເຕີ ຊະນະ ເຄຣໂມເນເຊ່ ນ້ອງໃໝ່ 3-1 ແລະ ເອຊີ ມິລານ ແຊ້ມເກົ່າ ບຸກສະເໝີ ຊັສຊູໂລ້ 0-0, ໂຣມ້າ ແຂ່ງ 4 ນັດ ມີ 10 ຄະແນນ ຂຶ້ນເປັນທີມນຳ ໂດຍນຳ ອິນເຕີ ມິລານ 1 ຄະແນນ ແລະ ນຳ ເອຊີ ມິລານ 2 ຄະແນນ, ຄືນນີ້ມີແຂ່ງ 5 ຄູ່: ຄູ່ທີ່ໜ້າສົນໃຈ ຊາມໂດເຣຍ ພົບ ລາຊີໂອ້ ເວລາ 23:30 ແຂ່ງພ້ອມກັບ ອູດີເນເຊ່ ພົບ ຟິອໍເຣັນຕິນ້າ, ຢູເວັນຕຸສ ພົບ ສະເປເຊຍ ເວລາ 1:45 ແຂ່ງພ້ອມກັບ ນາໂປລີ ພົບ ເລັກເຊ້.
Photo: AS Roma