• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

2 ທີມຫຼານນ້ອຍລາວ ຮ່ວມລ່າແຊ້ມລາຍການແຊ້ມພົບແຊ້ມ ລາຍການໃຫຍ່ທີ່ປະເທດໄທ

2 ທີມອະນຸຊົນ ແລະ ເຍົາວະຊົນລາວຢ່າງ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ກໍານົດອອກເດີນທາງໃນວັນທີ 19 ຕຸລາ 2022 ເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ໃນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ປະເທດໄທ.

ສໍາລັບ ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ຄັດເອົາເອົາທີມຊະນະເຂົ້າຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລໍາດັບ.

ລາຍລະອຽດເບິ່ງຕາມຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *