• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ປັບຂຶ້ນຄ່າໂດຍສານໃໝ່! ວຽງຈັນ-ປາກເຊ 290.000ກີບ ສຳລັບລົດVIP1 ສ່ວນລົດເມທຳມະດາ 240.000ກີບ ເລີ່ມມື້ນີ້19 ຕຸລາ

ຫ້ອງການກະຊວງໂຍທາທິການແລະຂົນສົ່ງ ໄດ້ອອກແຈ້ງການສະບັບເລກທີ 24669/ຫກ. ລົງວັນທີ 7 ຕຸລາ 2022 ເລື່ອງການປັບປຸງລາຄາຂົນສົ່ງໂດຍສານປະຈຳທາງບົກໃນຂອບເຂດທົ່ວປະເທດ.

.

ການການປັບລຄາຄັ້ງນີ້້ເຮັດໃຫ້ລາຄາຂົນສົ່ງໂດຍສານ ຈາກ ນະຄອນຫຼວງວຽງຈັນຫາ ຜົ້ງສາລີແມ່ນ 320.000 ກີບ

ສຳລັບລົດເມທຳມະດາ ແລະ 420.000 ກີບສຳລັບລົດເມດ່ວນປະເພດ1. ຂະນະທີ່ນະຄອນຫຼວງວຽງຈັນ-ປາກເຊ 240.000ກີບສຳລັບລົດເມທຳມະດາ ແລະ 290.000ກີລສຳລັບລົດເມດ່ວນປະເພດ1.

ອີງຕາມແຈ້ງການດັ່ງກ່າວ ສະຖານີຂົນສົ່ງໂດຍສານສາຍໃຕ້ – ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ຈິ່ງໄດ້ອອກແຈ້ງການຈັດຕັ້ງປະຕິບັດລາຄາຄ່າໂດຍສານສະບັບປັບປຸງໃຫ່ມ ຕາມແຈ້ງການຂອງ ກະຊວງ ຍທຂ ເຊີ່ງຈະເລີ່ມປະຕິບັດນໍາໃຊ້ລາຄາດັ່ງກ່າວນັບແຕ່ວັນທີ 19 ຕຸລາ 2022 ເປັນຕົ້ນໄປ.

Leave a Reply

Your email address will not be published. Required fields are marked *