ຕາມຂ່າວຈາກປສກ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ໃນວັນທີ 15 ຕຸລາ 2022 ເວລາປະມານ 5-6 ໂມງ ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງງາມ ເມືຶອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ອອກເຄື່ຶອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບໄດ້ພົບເຫັນລົດວີໂກ ກະບະສີຂາວ ບໍ່ມີປ້າຍທະບຽນ ມີຜ້າດຳປົກທ້າຍຈອດຢູ່ແຄມທາງເຂດກ້ອງບ້ານໃຫຍ່ສີເມືອງງາມ ຫາ ບ້ານນ້ຳແງ້ນ.
ທາງເຈົ້າໜ້າທີ່ໄດ້ກວດກາພົບເຫັນເຄື່ອງຂອງກາງທີ່ຊຸກເຊື່ອງຢູ່ໃນລົດ ແລະ ກະບະລົດຄື: ຢາບ້າຈຳນວນ 14 ເປົາ ມີຈຳນວນ 350 ແພັກ ຫຼື 1.750 ມັດ ເທົ່າກັບ 3.500.000 ເມັດ, ນ້ຳໜັກ 385 ກິໂລ. ຄ້າຍຄື ຢາເຄຕາມິນຈຳນວນ 02 ເປົາ ມີຈຳນວນ 66 ຫໍ່ ນ້ຳໜັກ 66 ກິໂລ.
ລົດກະບະວີໂກສີຂາວ 1 ຄັນ ( ບໍ່ມີປ້າຍທະບຽນ ) ສ່ວນຜູ້ກະທຳຜິດແມ່ນເອົາຕົວລົບໜີ.
ປະຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກຳລັງສືບຄົ້ນຫາເປົ້າໝາຍທີ່ເອົາຕົວລົບໜີ.
ພາບ-ຂ່າວ: ຮອ ທົງໄຊ ໄຊມະນີ