• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຫາເງິນເກັ່ງ ຕໍາໝາກຮຸ່ງ 1 ຄົກ ໄດ້ 10 ລ້ານກີບ ! ສຸດຍອດສາວພອນ

ສາວພອນ ເຈົ້າແມ່ດຮາມ່າ ທີ່ມີສະຕາຍເປັນຂອງຕົນເອງບໍມີໃຜຈະສາມາດກັອບປີ້ໄດ້


ປົກກະຕິເຮົາຈະເຫັນສາວພອນມີດຣາມ່າ ຮ້ອງໄຫ້ ນູນນີ້ນັ້ນມາໃຫ້ເຫັນເລື້ອຍໆ ຈົນກາຍເປັນບຸກຄົນທີ່ເປັນກະແສໂດ່ງດັງໃນໂຊຊ້ຽວ ເຮັດໃຫ້ສາວພອນມີລາຍຮັບຈາກການເຮັດຄິບຫຼືໄລສົດຕ່າງໆລົງໂຊຊ້ຽວ ຈົນມີເງິນເຮັດເຮືອນ ແລະ ຊື້ລົດ


ລ່າສຸດຈາກປະເດັ້ນດຣາມ່າການຈ້າງງານສາວພອນ ໂດຍມີຜູ້ຈ້າງງານ ຜູ້ໜຶ່ງສະເໜີ ໃຫ້ສາວພອນຂື້ນມາວຽງໂດຍຕົກລົງຈະໃຫ້ຄ່າ ໂຕສາວພອນ ແລະ ທີມງານ 7 ລ້ານກີບ


ແຕ່ສາວພອນໄດ້ອອກມາໄລສົດບໍພໍໃຈໃນຄ່າໂຕເນື່ອງຈາກຕົນເອງໄດ້ຮັບແທ້ໆແມ່ນພຽງແຕ່ 3 ລ້ານກີບ ແລະທັງນີ້ກໍ່ໄດ້ມີຄົນຈ້າງງານສາວພອນໃຫ້ໄປຕຳໝາກຮຸ່ງໃຫ້ກິນ 1 ຄົກ ແລກກັບເງິນ 10 ລ້ານ


ຈາກ: kuanjai

Leave a Reply

Your email address will not be published. Required fields are marked *