• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເຈີເກັນ ຄັອບ ສະຖິຕິຄຸມທີມດວນກັບ ເປບ ກົວດີໂອລ້າ ຍັງດີກວ່າ! ຊະນະເປັນຄັ້ງທີ 11 ຫລັງພາ ຫົງແດງ ຊະນະ ຊິຕີ້ 1-0

ເຈີເກັນ ຄັອບ ຜູ້ຈັດການທີມຊາວເຢຍລະມັນ ເພີ່ມສະຖິຕິຄຸມທີມຊະນະ ເປບ ກົວດີໂອລ້າ ຜູ້ຈັດການທີມຊາວແອັສປາຍ ເປັນຄັ້ງທີ 11 ຈາກການພົບກັນທັງໝົດ 26 ຄັ້ງ ພາຍຫລັງການພົບກັນນັດຫລ້າສຸດເກມ ພຣີເມ່ຍລີກ ອັງກິດ ຄືນວັນທີ 16 ຕຸລາຜ່ານມາ ຄັອບ ພາ ລີເວີພູລ ເປີດບ້ານເອົາຊະນະ ແມນເຊັສເຕີ ຊິຕີ້ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ໂມຮາເໝັດ ຊາລ້າ ນາທີ 76′ ມອບຄຳວ່າເສຍນັດທຳອິດໃຫ້ ແມນຊິຕີ້ ໃນລະດູການນີ້.

ໄຊຊະນະນັດນີ້ ເຮັດໃຫ້ການພົບກັນ 5 ນັດຫລັງສຸດລວມທຸກລາຍການ ຄັອບ ຍັງບໍ່ເສຍໃຫ້ ເປບ ໃນນີ້ ຊະນະ 3 ສະເໝີ 2 ແລະ ເມື່ອລວມການຄຸມທີມພົບກັນ 26 ຄັ້ງ ທັງສະໄໝທັງສອງຄຸມ ດັອດມຸນ ແລະ ບາເຢິນ ຄັອບ ຍັງມີສະຖິຕິດີກວ່າ ເປບ ເລັກໜ້ອຍ ຊະນະ 11 ສະເໝີ 5 ແລະ ເສຍ 9 ຄັ້ງ.

ຕາຕະລາງຄະແນນຂະນະນີ້ ຊິຕີ້ ມີ 23 ຄະແນນເທົ່າກັບ ສະເປີ ຈາກການລົງຫລິ້ນ 10 ນັດ ແຕ່ປະຕູໄດ້ເສຍດີກວ່າສະເປີ 11 ໜ່ວຍ ຢູ່ອັນດັບ 2 ຕາມຫລັງ ອາຣເຊນໍລ ທີມນຳ 4 ຄະແນນ ເພາະນັດຫລ້າສຸດ ເດີ ກັນເນີ ບຸກຊະນະ ແອັສຕັນ ວິນລ້າ 1-0, ສ່ວນ ລີເວີພູລ ມີ 13 ຄະແນນຈາກ 9 ນັດ, ຢູ່ອັນດັບທີ 8 ຕາມຫລັງ ຊິຕີ້ 10 ຄະແນນ ແລະ ຕາມຫລັງ ອາຣເຊນໍລ 14 ຄະແນນ ແຕ່ແຂ່ງໜ້ອຍກວ່າໜຶ່ງນັດ, ນັດຕໍ່ໄປ ລີເວີພູລ ຈະເປີດບ້ານພົບກັບ ເວັສແຮມ ໃນກາງອາທິດນີ້ ຄືນວັນທີ 19 ຕຸລາ, ຂະນະທີ່ ແມນຊິຕີ້ ຈະລົງແຂ່ງທ້າຍອາທິດ ເປີດບ້ານພົບກັບ ໄບຣຕັ້ນ ວັນທີ 22 ຕຸລາ.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *