ສິງຟ້າ ເຊວຊີ ບຸກເສຍໃຫ້ ເຊົາແທ່ມຕັນ 1-2 ເກມພຣີເມ່ຍລີກ ລະດູການໃໝ່ ນັດທີ 5 ເມື່ອຄືນວັນທີ 30 ສິງຫາຜ່ານມາ, ນັດນີ້ ເຊວຊີ ນຳກ່ອນຈາກ ຣາຮີມ ສະເຕີລິ້ງ ນາທີ 23′ ແຕ່ຖືກເຈົ້າບ້ານຍິງແຊງສອງປະຕູຈາກ ໂຣເມວ ຣາເວຍ ນາທີ 28′ ແລະ ອາດຳ ອາມສະຕຣອງ ນາທີ 45+1′. ເຊວຊີ ເສຍ 2 ຈາກ 5 ນັດ ໃນພຣີເມ່ຍລີກ ລະດູການໃໝ່.
ເຊົາແທ່ມຕັນ ຊະນະ ເຊວຊີ ຄັ້ງທຳອິດໃນຮອບ 3 ປີ ແລະ ຊະນະ ເຊວຊີ ໃນບ້ານຕົນເອງອີກຄັ້ງ ນັບຕັ້ງແຕ່ເດືອນມີນາປີ 2013. ເຊວຊີ ມີ 7 ຄະແນນຈາກ 5 ນັດ ເທົ່າກັບ ເຊົາແທ່ມຕັນ ຕາມຫລັງ ອາຣເຊນໍລ ທີມນຳ 5 ຄະແນນ ແລະ ເດີ ກັນເນີ້ ຍັງແຂ່ງໜ້ອຍກວ່າໜຶ່ງນັດ.
ຫລັງເກມ ໂທມັສ ທູເຄິນ ຜູ້ຈັດການທີມຂອງ ເຊວຊີ ກ່າວວ່າ: ທີມຫລິ້ນດີພຽງ 20-25 ນາທີທຳອິດ ແລະ ຍອມຮັບ ເກມຮັບຂອງທີມຮົ່ວ ເສຍງ່າຍເກີນໄປ ເໝືອນກັບເສຍໃຫ້ ລີດ ຢູໄນເຕັດ 0-3 ອີກດ້ານໜຶ່ງພວກເຮົາສູນເສຍນັກເຕະຕົວສຳຄັນຫລາຍຄົນ ຍ້ອນມີອາການບາດເຈັບ ແລະ ຕິດໂທດ, ສ່ວນເລື່ອງການເສີມທັບ ທູເຄິນ ຍັງມີຄວາມຫວັງກ່ອນຕະຫລາດຊື້ຂາຍນັກເຕະຈະປິດລົງໃນວັນທີ 2 ກັນຍາທີ່ຈະມາເຖິງນີ້.
ສຳລັບຄືນມື້ນີ້ ມີແຂ່ງ 5 ຄູ່: ບຣອນມັດ ພົບ ວູຟແຮມຕັນ ເວລາ 1:30 ແຂ່ງພ້ອມກັບ ອາຣເຊນໍລ ພົບ ແອັສຕັນ ວິນລ້າ ແລະ ແມນຊິຕີ້ ພົບ ນັອດຕິ້ງແຮມ ຟໍເຣັດ, ເວັສແຮມ ພົບ ສະເປີ ເວລາ 1:45 ແລະ ລີເວີພູລ ພົບ ນິວຄາສເຊິນ ເວລາ 2:00.
Photo: Mike Hewitt/Getty Images, David Klein/Reuters