• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ອີກໜຶ່ງບົດຮຽນ! ຜູ້ຮັກສາປະຕູທີມຍິງແຂວງຊຽງຂວາງ ຈຶກໆຈັກໆຢູ່ໜ້າປະຕູກ່ອນເສຍປະຕູງ່າຍໆ(ຄລິບ)

ເປັນອີກໜຶ່ງບົດຮຽນສໍາລັບຫຼາຍຄົນ ໂດຍສະເພາະນ້ອງນັກເຕະໃນຕໍາແໜ່ງຜູ້ຮັກສາປະຕູຂອງທີມບານຕະຍິງ ແຂວງຊຽງຂວາງ ຕ້ອງເສຍປະຕູໄປແບບງ່າຍໃນການແຂ່ງຂັນບານເຕະຍິງແຫ່ງຊາດ ເມື່ອວັນທີ 16 ຕຸລາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເມື່ອຫຼິ້ນດືງເວລາຢູ່ໜ້າປະຕູຂອງຕົວເອງກ່ອນຖືກຄູ່ແຂ່ງຍິງປະຕູເຂົ້າໄປ ( ເບິ່ງລາຍລະອຽດຕາມຄລິບ )

ຢ່າງໃດກໍຕາມ, ໂຊກດີໄລຍະເວລາທີເຫຼືອ ແມັກຈັນທາ ພິມມະສອນ ຈະມາຍິງປະຕູຕີສະເໝີໃຫ້ກັບ ແຂວງຊຽງຂວາງ ສະເໝີກັນ ອຸດົມໄຊ 1-1 ເຮັດໃຫ້ທັງສອງທີມກອດຄໍເຂົ້າຮອບ 4 ທີມສຸດທ້າຍ ໂດຍ ແຂວງຊຽງຂວາງ ມີ 7 ຄະແນນຜ່ານເຂົ້າຮອບໃນຖານະແຊ້ມກຸ່ມ ຂ ແລະ ອຸດົມໄຊ ເຂົ້າຮອບໃນຖານະຮອງແຊັມຈາກການມີ 5 ຄະແນນ.

Leave a Reply

Your email address will not be published. Required fields are marked *