ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ແຂວງພາກ ເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.
.
ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.