• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເມືອງປາກຊ່ອງ ແຂວງຈຳປາສັກ ປັບປຸງເສັ້ນທາງເປ່ເພ ໃນລະດູຝົນ

ເມື່ອບໍ່ດົນຜ່ານມາ, ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ປັບປຸງເສັ້ນທາງທີ່ເປ່ເພຈາກຜົນກະທົບໃນໄລຍະລະດູຝົນທີ່ຜ່ານມາ ທີ່ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ຂົນສົ່ງສິນຄ້າຂອງພໍ່ແມ່ປະຊາຊົນພາຍໃນເມືອງປາກຊ່ອງ ໂດຍການລົງຕິດຕາມຂອງ ທ່ານ ພີມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງ, ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີອຳນາດການປົກຄອງບ້ານ ແລະ ພະນັກງານວິຊາການຂອງຫ້ອງການເຂົ້າຮ່ວມ.


ການສ້ອມແປງທາງຄັ້ງນີ້ ທາງອຳນາດການປົກຄອງເມືອງໄດ້ແກ້ໄຂສຸກເສີນຢູ່ 2 ຈຸດຄື: ຈຸດບ້ານວັດຫຼວງ ກຸ່ມ I ຜ່ານເທດສະບານເມືອງມີເສັ້ນທາງ 4 ເສັ້ນ, ມີຄວາມຍາວ 2.400 ແມັດ ໃນນັ້ນທາງດິນແດງ 1 ລັອກ ມີມູນຄ່າສ້ອມແປງ 47 ລ້ານກີບ ຊຶ່ງແມ່ນທຶນປະກອບສ່ວນຂອງບ້ານ, ອົງການປົກຄອງເມືອງ, ຜູ້ປະກອບການ ແລະ ນັກທຸລະກິດພາຍໃນເມືອງ.

ຈຸດທີ 2 ແມ່ນເຂດບ້ານຫຼັກ 5 ທົ່ງກະຕ່າຍ ກຸ່ມ VII ມີຄວາມຍາວ 2.700 ແມັດ ມີມູນຄ່າການສ້ອມແປງ 69 ລ້ານກີບ ຊຶ່ງແມ່ນທຶນຈາກນັກທຸລະກິດ, ຜູ້ປະກອບການທີ່ມາລົງທຶນພາຍໃນເມືອງປາກຊ່ອງ.

ນອກນັ້ນ, ທາງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກຊ່ອງ ຍັງໄດ້ລົງສຳຫຼວດ, ເກັບກໍາຂໍ້ມູນເສັ້ນທາງທີ່ໄດ້ຮັບຜົນກະທົບຈາກພະຍຸໂນຣຸ ແລະ ຂຶ້ນແຜນໃຫ້ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງໃນການຈັດສັນຫງົບປະມານປະຈຳປີຕື່ມອີກ.

(ຂ່າວ-ພາບ: ເມືອງປາກຊ່ອງ)

Leave a Reply

Your email address will not be published. Required fields are marked *