ປີ 2022 ດາວດວງໃໝ່ແຫ່ງວົງການບາເນຕະລາວປະກົດຂຶ້ນອີກຄັ້ງ ແລະ ເປັນຄົນທີ່ພິເສດສຸດໆໃນປີນີ້ອາຍຸພຽງ 16 ປີເທົ່ານັ້ນສາມາດພາທີມຊາດລາວ ປະສົບຜົນສໍາເລັດສູງຄົນດັ່ງທີ່ວ່າກໍແມ່ນ ປີເຕີ ພັນທະວົງ ກອງໜ້າດາວເດັ່ນຈາກສະໂມສອນ ເອສະຣາ ເອັຟຊີ.
ໂດຍຜົນງານປີນີ້ໂດດເດັ່ນອີຫຼີຄື:
-ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ປີເຕີ ຍິງປະຕູໃນລີກໄດ້ 7 ປະຕູ ພ້ອມ ເອສະຣາ ເອັຟຊີ ຈົບອັນດັບທີ 3 ໃນລາວລີກ 1.
-ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2022 ໃນຮຸ່ນອາຍຸບໍ່ເກີນ 19 ປີທີ່ປະເທດອິນໂດເນເຊຍ ໃນກາງປີທີ່ຜ່ານມາ ເຊິ່ງລາຍການນີ້ ປີເຕີ ຍິງໄປເຖິງ 4 ປະຕູຢຶດອັນດັບ 2 ດາວຍິງສູງສຸດຂອງລາຍການດັ່ງກ່າວ ພ້ອມພາທີມຊາດລາວ ສ້າງປະຫວັດສາດຄວ້າຮອງແຊ້ມ.
-ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກກຸຸ່ມ I ທີ່ປະເທດກຽກກິດສະຖານ ເປັນເຈົ້າພາບລະຫວ່າງວັນທີ 5-9 ຕຸລາ 2022 ປີເຕີ ຍິງໄປ 3 ປະຕູຈາກ 3 ນັດພາທີມໄປຫຼິ້ນຮອບສຸດທ້າຍ ( ເບິ່ງຄລິບລະອຽດໄດ້ລຸ່ມນີ້ )