• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ມາແລ້ວນັດແຂ່ງ ທີມຊາດລາວ ໃນ Mitsubishi Cup 2022 ແຂ່ງໃນບ້ານ 2 ນັດພົບເບີ 1 ອາຊຽນ

ພາຍຫຼັງທີ່ ສະຫະພັນບານເຕະອາຊຽນ ( AFF ) ຈັດແບ່ງໂຖຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ( AFF Mitsubishi Electric Cup 2022 ) ຢ່າງເປັນທາງການໃນເວລາ 14:00 ໂມງຂອງວັນທີ 30 ສິງຫາ 2022. ປາກົດວ່າ:ທີມຊາດລາວ ຖືກຈັດຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ (ຕາມຮູບ)

ຫຼ້າສຸດ ຝ່າຍຈັດການແຂ່ງຂັນໄດ້ມີການປະກາດຕາຕະລາງແຂ່ງຂັນຂອງທີມຊາດລາວ ອອກມາຢ່າງເປັນທາງການແລ້ວ ໂດຍແຂ່ງຂັນໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດຄື: ລາຍລະອຽດເບິ່ງຕາມວີດີໂອ ແລະ ຮູບລຸ່ມນີ້ເພີ່ມຕື່ມ

ລາຍການ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ຈະກັບໄປໃຊ້ຮູບແບບການແຂ່ງຂັນແບບເກົ່າຄື: ລະບົບແຂ່ງຂັນໃນບ້ານ ແລະ ນອກບ້ານ, ບໍ່ມີທີມຊາດເຈົ້າພາບໂດຍກົງ ໂດຍຮອບທໍາອິດແບ່ງເປັນ 2 ກຸ່ມ ແຕ່ລະທີມຈະຕ້ອງຫຼິ້ນໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່ອຫາແຊັມ ແລະ ຮອງແຊັມກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍຈະຫຼິ້ນແບບ 2 ນັດໃນບ້ານ ແລະ ນອກບ້ານເຊັ່ນດຽວກັນ.

Leave a Reply

Your email address will not be published. Required fields are marked *