ທະນາຄານແຫ່ງ ສປປ ລາວ ກຽມອອກທະນະບັດໃໝ່ ໃບ 10.000 ແລະ 20.000 ກີບ ລຸ້ນປີ 2020
ຢູ່ປະເທດລາວໃຊ້ແຕ່ເງິນກີບ
ລາວ ຈະນໍາໃຊ້ທະນະບັດໃໝ່ ໃບ 10.000 ແລະ 20.000 ກີບ.
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນເດືອນ ຕຸລາ ປີນີ້ ຈະໄດ້ນໍາໃຊ້ທະນະບັດໃໝ່ (ຮູບແບບປັບປຸງຈາກໂຕເກົ່າ) ເຊິ່ງເປັນທະນະບັດທີ່ສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ຈັດພິມຕັ້ງແຕ່ປີ 2020.
ເຊິ່ງທາງທ່ານ ເພັດສະຖາພອນ ໄດ້ໃຫ້ເຫດຜົນວ່າ ເພື່ອຍົກສູງ ຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ.
ທະນາຄານແຫ່ງ ສປປ ລາວ ປະກາດນໍາໃຊ້ ທະນະບັດຮູບແບບປັງປຸງໃໝ່ ລຸ້ນປີ2020 ໃບ 10,000 ກີບ ແລະ 20,000 ກີບ
ເຊິ່ງຈະເລີ່ມໃຫ້ນຳໃຊ້ວັນຈັນທີ 17 ຕຸລາ 2022 ເປັນຕົ້ນໄປ! ເດີ້ທຸກຄົນ