ດັ່ງທີ່ຮູ້ວ່າການແຂ່ງຂັນບານເຕະທົ່ວປະເທດ 2020 ມີແຟນບານເຂົ້າຊົມນັດຊີງຊະນະເລີດເຕັມສະໜາມຄວາມບັນໃນປີນັ້ນ ນັດທີ່ ທີມບານເຕະຊາຍແຂວງຈໍາປາສັກ ບຽດເອົາຊະນະ ຫຼວງພະບາງ 2-1 ຄວ້າແຊ້ມໄປຄອງ (ເບິ່ງຄລິບລຸ່ມນີ້ )
ຫຼ້າສຸດເມື່ອຕອນແລງຂອງວັນທີ 14 ຕຸລາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາ ແລະ ມອບເງິນສະໜັບສະໜູນມູນຄ່າ 1.330.000.000 ກີບຈາກບໍລິສັດ ເບຍລາວ ຈໍາກັດ ເຂົ້າໃນການຈັດການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ໃຫ້ກຽດມອບໂດຍ ທ່ານ ເຮນຣິກ ແອນເດີຊັນ ( Henrik Juel ບໍລິສັດ Anderson ) ຜູ້ອຳນວຍການ ເບຍລາວ ຈຳກັດ, ສ່ວນຕາງໜ້າຮັບໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນ ບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະຂອງທັງສອງຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເຮນຣິກ ແອນເດີຊັນ ກ່າວວ່າ: ຍິນດີທີ່ທາງ ບໍລິສັດ ເບຍລາວ ຈໍາກັດ ຍິນດີທີ່ຈະເປັນສ່ວນໜຶ່ງໃນການສະໜັບສະໜູນໃນການຈັດການແຂ່ງຂັນບານເຕະຄັ້ງນີ້ ບໍລິສັດພວກເຮົາຈິ່ງມີຄວາມໝັ້ນໃຈ ແລະ ສະໜັບສູນໜູນ ໂດຍສະເພາະ 2 ປີທີ່ຜ່າມາ ພວກເຮົາໄດ້ຮ່ວມກັບ ສຕລ ຈັດການແຂ່ງຂັນບານເຕະທົ່ວປະເທດ 2020 ສະຫຼອງວັນຊາດ 45 ປີ ໂດຍຜົນອອກມາກໍເກີນຄວາມຄາດໝາຍ ເນື່ອງຈາກມີແຟນບານເຂົາຊົມໃນສະໜາມເຕັມ. ດັ່ງນັ້ນ ພວກເຮົາຈິ່ງເຫັນດີສະໜັບສະໜູນຫຼາຍກວ່າປີທີ່ຜ່ານມາ ເພາະເຫັນໄດ້ເຖິງການຈັດການແຂ່ງຂັນແບບມືອາຊີ.
ສໍາລັບ ການແຂ່ງຂັນບານເຕະແຫ່ງຊາດ ປະຈໍາປີ 2022 ແມ່ນຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໂດຍມີການແຂ່ງຂັນປະເພດທີມຍິງ ມີທີມເຂົ້າຮ່ວມແຂ່ງຂັນ 9 ທີມຈາກ 9 ແຂວງ ເຊິ່ງປັດຈຸບັນແມ່ນເລີ່ມແຂ່ງຂັນກັນແລ້ວ, ສ່ວນ ທີມບານເຕະຊາຍ ມີ 16 ທີມຈາກ 16 ແຂວງ ແມ່ນຈະເລີ່ມແຂ່ງຂັນໃນທ້າຍເດືອນຕຸລານີ້.