ສຸກອາພອນ ວົງຈຽງຄໍາ ນັກເຕະທີມຊາດລາວຊຸດໃຫຍ່ ທີ່ໄປເປັນນັກເຕະອາຊີບໃນ ໄທລີກ 2 ຕິດທີມດີເດັ່ນ ຕາມການຈັດຂອງ Total Football ຈັດທີມດີເດັ່ນ ( 11 ນັກເຕະ ) ປະຈໍາການແຂ່ງຂັນບານເຕະ ໄທລີກ 2 ລະດູການ 2022-2023 ອາທິດທີ່ຜ່ານມາ
ສຸກອາພອນ ວົງຈຽງຄໍາ ປັດຈຸບັນຫຼິ້ນໃຫ້ກັບ ສະໂມສອນ ຕຣາດ ເອັຟຊີ ສ້າງຜົນງານຢ່າງໂດດເດັ່ນໃນນັດທີ່ພາທີມເອົາຊະນະ ກະບີ່ ເອັຟຊີ 3-2 ເມື່ອວັນທີ 21 ສິງຫາ 2022 ໄດ້ລົງສະໜາມຄົບ 90 ນາທີ ສາມາດຕັດເກມບຸກຂອງຄູ່ແຂ່ງໄດ້ຢ່າງໂດດເດັ່ນ ແລະ ວາງບານສັ້ນສະຫຼັບຍາວຈົນສາມາດພາທີມເກັບ 3 ຄະແນນໄດ້.
ປະຫວັດຂອງ ສຸກອາພອນ ເບິ່ງຄລິບລຸ່ມນີ້: