ມິຊິເທຣຸ ມິຕະ ຫົວໜ້າຄູຝຶກຊາວຍີ່ປຸ່ນ ພາທີມຊາດ ນໍເທິນ ມາເຣຍນາ ຮຸ່ນອາຍຸບໍ່ເກີນ ເສຍໃຫ້ກັບ ສປ ຈີນ 0-11 ແລະ ເສຍໃຫ້ກັບ ອົດສະຕຣາລີ 0-23 ເຮັດໃຫ້ລວມ 2 ນັດເສຍໄປເຖິງ 34 ປະຕູໃນການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປະຈໍາປີ 2023 ຮອບຄັດເລືອກ ທີ່ຫາກໍຈົບໄປເມື່ອທ້າຍອາທິດ ທີ່ຜ່ານມາ (ຄລິບ)
ຫຼັງຈາກເຂົ້າຫ້ອງຖະແຫຼງຂ່າວ ມິຕະ ກ່າວວ່າ: “ ຂ້ອຍຮູ້ວ່າພວກເຮົາເປັນທີມນ້ອຍໆ ແລະ ຂ້ອຍເຫັນທຸກຄວາມຄິດເຫັນໃນເຟສບຸກ ທີ່ບອກວ່າພວກເຮົາບໍ່ຄວນຢູ່ທີ່ນີ້, ແຕ່ການແຂ່ງຂັນເຫຼົ່ານີ້ມັນສໍາຄັນກັບພວກເຮົາ, ພວກເຮົາຮູ້ວ່າພວກເຮົາເປັນທີມນ້ອຍ ແລະ ພວກເຮົາພະຍາຍາມພັດທະນາບານເຕະຂອງພວກເຮົາ ເພາະພວກເຮົາໃຊ້ບານເຕະເພື່ອພັດທະນາຊຸມຊົນຂອງພວກເຮົາ ແນ່ນອນນັກເຕະທຸກຄົນຕ້ອງການແຮງກະຕຸ້ນ ແລະ ສານຝັນໃຫ້ກັບນັກເຕະ ”.
ສໍາລັບ ນັດສຸດທ້າຍ ນໍເທິນ ມາເຣຍນາ ກໍເລີ່ມດີຂຶ້ນໃນນັດພົບກັບ ຢູ 17 ຂອງກໍາປູເຈຍ ເຖິງວ່າຈະເສຍໄປ 0-4. ດັ່ງທີ່ຮູ້ໝູ່ເກາະ ນໍເທິນ ມາເຣຍນາ ມີປະຊາກອນທັງໝົດ 57.000 ຄົນ ໂດຍມີນັກເຕະພຽງ 100 ຄົນເປັນຕົວເລືອກສໍາລັບທີມຊາດເທົ່ານັ້ນ. ນອກນັ້ນ, ຍັງບໍ່ໄດ້ເປັນສະມາຊິກຂອງ ສະຫະພັນບານເຕະນາໆຊາດ ( ຟີຟາ ) ເຊິ່ງເປັນສະມາຊິກຂອງ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ເທົ່ານັ້ນ.