ອີງງຕາມ ສະພາບການເໜັງຕີງຂຶ້ນ-ລົງ ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ແລະ ໃນຂົງເຂດ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດເລີ່ມປະຕິບັດ ເວລາ 6:00 ໂມງ ວັນທີ 14 ຕຸລາ 2022 ນີ້
ອີງຕາມແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1411/ອຄ, ລົງວັນທີ 13 ຕຸລາ 2022 ແຈ້ງການເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.
ອີງຕາມ ສະພາບການເໜັງຕີງຂຶ້ນ-ລົງ ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກ ແລະ ໃນຂົງເຂດ, ເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຂຶ້ນ-ລົງ ຕາມການເໜັງຕີງຂອງຕະຫຼາດໂລກ ທັງນີ້ກໍເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ. ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດ ຄື: ນໍ້າມັນແອັດຊັງພິເສດ ປັບຂຶ້ນ 850 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ 1.620 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.660 ກີບ/ລິດ. ລາຄາຕາມຕາຕະລາງລຸ່ມນີ້
ທັງນີ້, ລາຄາຂຶ້ນນ້ຳມັນເຊື້ອໄຟໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດວັນທີ 4 ຕຸລາ 2022, ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການຄິດໄລ່ພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0977/ກຄພນ, ລົງວັນທີ 12 ຕຸລາ 2022 ຈົນກວ່າຈະມີການປ່ຽນແປງ, ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1377/ອຄ, ລົງວັນທີ 06 ຕຸລາ 2022.
.