• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ອົງການສະຫະປະຊາຊາດ ເພື່ອການພັດທະນາ ຊີ້ວິກິດການໜີ້ ກໍາລັງແຜ່ລາມອອກສູ່ວົງກວ້າງໃນປະເທດພວມພັດທະນາ

ສຳນັກຂ່າວ VOVWORLD ລາຍງານວ່າ: ອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ເຕືອນວ່າ ວິກິດການໜີ້ກໍາລັງແຜ່ລາມອອກໃນວົງກວ້າງຢູ່ຫຼາຍພື້ນຖານເສດຖະກິດ ( ປະເທດກຳລັງພັດທະນາ ) ແລະ ມີຄວາມສ່ຽງສູງຂຶ້ນ, ສ້າງແຮງກົດດັນຕໍ່ການຟື້ນຟູເສດຖະກິດທົ່ວໂລກໃຫ້ອ່ອນແອລົງ.

UNDP ຄາດວ່າ 54 ປະເທດ ກວມກວ່າ 1/2 ຈຳນວນປະຊາກອນທຸກຍາກທີ່ສຸດໃນໂລກ ຕ້ອງການໃຫ້ລົບລ້າງໜີ້ໂດຍທັນທີ ເພື່ອຫຼີກລ່ຽງການຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກ ແລະ ສ້າງໂອກາດ ເພື່ອຮັບມືກັບບັນຫາດິນຟ້າອາກາດ.

May be an image of 1 person

ຄຳກ່າວເຕືອນຂອງ UNDP ມີຂຶ້ນໃນຂະນະທີ່ກອງທຶນເງິນຕາສາກົນ ( IMF ) ແລະ ທະນາຄານໂລກ ( WB ) ຈະຈັດກອງປະຊຸມຢູ່ນະຄອນຫຼວງວໍຊິງຕັນ ຂອງສະຫະລັດອາເມຣິກາໃນອາທິດນີ້. ທ່າມກາງຄວາມວິຕົກກັງວົນອາດຈະເກີດສະພາວະເສດຖະກິດທົດຖອຍທົ່ວໂລກນັບມື້ເພີ່ມຂຶ້ນສູງ ແລະ ຫຼາຍປະເທດກຳລັງປະເຊີນກັບວິກິດການໜີ້ສິນຈາກ ສີລັງກາ ແລະ ປາກິດສະຖານ ລວມທັງ ເອທີໂອປີ ແລະ ຊຳບີ.

Leave a Reply

Your email address will not be published. Required fields are marked *