• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ການນໍາເມືອງວິລະບູລີ ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນບ້ານທາດນາງລາວ ທີ່ປະສົບເຫດໄຟໄໝ້ເຮືອນ

ByAdmin N

Oct 13, 2022

ໃນຄັ້ງວັນທີ 10 ຕຸລາ 2022 ຜ່ານມານີ້ ໄດ້ເກີດມີເຫດອັກຄີໄພ ( ໄຟໄໝ້ເຮືອນ ) ເຊິ່ງເປັນເຮືອນຂອງທ້າວ ຊຽງຄອນ ແລະນາງເຮືອງ ປະຊາຊົນບ້ານທາດ ເມືອງວິລະບູລີ ແຂວງສະຫວັນນະເຂດ ທີ່ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ.

ຕາມການລາຍງານຂອງຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ ວິລະບູລີ ໄດ້ໃຫ້ຮູ້ວ່າ : ໃນຕອນຄໍ່າ ຂອງວັນທີ 10 ຕຸລາ 2022 ທີ່ຜ່ານມາ ເວລາປະມານ 18 ໂມງ 30 ນາທີ ເຊິ່ງກົງກັບມື້ວັນສິນເພັງ 15 ຄໍ່າຂອງເດືອນ 11 ລາວ ແລະເປັນວັນອອກພັນສາ ທາງຄອບຄົວຂອງທ້າວ ຊຽງຄອນ ແມ່ນໄດ້ໃຕ້ທູບໃຕ້ທຽນ ເພື່ອບູຊາຮ້ານພະໃນເຮືອນ ແລ້ວໄດ້ໄປແຕ່ງກິນຢູ່ເຮືອນຄົວ ໃນເວລາຕໍ່ມາອີກບໍ່ດົນ ກໍ່ໄດ້ເກີດໄຟໄໝ້ລຸກລາມຂຶ້ນຢ່າງໄວວາ ຂົນເອົາຊັບສິນ ເຄື່ອງຂອງອອກນໍາກໍ່ບໍ່ທັນ ໄຟໄດ້ໄໝ້ເຮືອນໝົດກ້ຽງທັງຫຼັງ ແລະ ຊັບສິນ, ເຄື່ອງຂອງພາຍໃນເຮືອນອີກຈໍານວນຫຼາຍ, ຜ່ານການລົງເກັບກຳຂໍ້ມູນເບື້ອງຕົ້ນຂອງພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ຄິດໄລ່ເປັນມູນຄ່າຄວາມເສຍຫາຍ ຂອງເຫດການໄຟໄໝ້ໃນຄັ້ງນີ້ ທັງໝົດປະມານ 131 ລ້ານກວ່າກີບ. ຕໍ່ກັບເຫດການດັ່ງກ່າວ ແລະ ເພື່ອເປັນການໃຫ້ການຊ່ວຍເຫຼືອ ແບ່ງເບົາຄວາມເສຍຫາຍໃນເບື້ອງຕົ້ນ ພ້ອມທັງຢ້ຽມຢາມຖາມຂ່າວໃຫ້ກຳລັງໃຈ ຕໍ່ກັບຄອບຄົວທີ່ຖືກເຄາະຮ້າຍນັ້ນ.

ມາໃນຕອນບ່າຍຂອງວັນທີ 12 ຕຸລາ 2022 ຜ່ານມານີ້ ທາງການນໍາຂອງເມືອງວິລະບູລີ ນໍາໂດຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງປະກອບມີ : ທ່ານຫົວໜ້າຫ້ອງວ່າການເມືອງ, ຫົວໜ້າ-ຄະນະຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ ຈຶ່ງໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງປະກອບມີ : ສັງກະສີ ຍາວ 8 ຟຸດຈໍານວນ 40 ແຜ່ນ, ຕະປູ 15 ກິໂລ, ຜ້າຫົ່ມນວມ 5 ຜືນ, ໝອນ 5 ໜ່ວຍ, ຖ້ວຍ-ຈານ ຈໍານວນ 30 ໃບ ແລະເຄື່ອງໃຊ້ໃນຄົວເຮືອນອີກຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 4 ລ້ານກວ່າກີບ ມາມອບຊ່ວຍເຫຼືອໃຫ້ແກ່ຄອບຄົວຂອງທ້າວ ຊຽງຄອນ ທີ່ປະສົບກັບເຫດໄຟໄໝ້ເຮືອນໃນຄັ້ງນີ້ ໂດຍຊ້ອງໜ້າອຳນາດການປົກຄອງບ້ານ ແລະເຖົ້າແກ່ແນວໂຮມບ້ານທາດນາງລາວ ເຂົ້າຮ່ວມນໍາ.

Leave a Reply

Your email address will not be published. Required fields are marked *