ການແຂ່ງຂັນບານເຕະເຍົາວະຊົນຊາຍ ຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ປິດສາກຢ່າງເປັນທາງການເມື່ອວັນທີ 30 ສິງຫາ 2022 ຫຼັງ ຈໍາປາສັກ ເອັຟຊີ ເອົາຊະນະ ຫຼວພະບາງ 2-0 ຄວ້າແຊ້ມໄປຄອງ
ໂດຍບົດສະຫຼຸບມີດັ່ງນີ້:
– ອັນດັບ 1 ສະໂມສອນ ກິລາບານເຕະ ຈຳປາສັກ ໄດ້ຮັບຂັນ, ຫລຽນ ແລະ ເງິນຈຳນວນ 15.000.000. ກີບ
– ຮອງຊະນະເລີດອັນດັບ 1 ສະໂມສອນ ກິລາບານເຕະ ຫຼວງພະບາງ ໄດ້ຮັບຫລຽນ ແລະ ເງິນຈຳນວນ 8.000.000 ກີບ
– ຮອງຊະນະເລີດອັນດັບ 2 ສະໂມສອນ ກິລາບານເຕະ ຊ້າງນ້ອຍ ໄດ້ຮັບຫລຽນ ແລະ ເງິນຈຳນວນ 5.000.000 ກີບ
+ລາງວັນປະເພດບຸກຄົນມີດັ່ງນີ້:
– ຜູ້ຍິງປະຕູສູງສຸດ ບຸນຫລາຍ ໂພທິຊາບ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຍິງໄດ້ 12 ປະຕູ
– ນັກກິລາດີເດັ່ນ ທົງໄຊ ຫອມສົມບັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ຜູ້ຮັກສາປະຕູດີເດັ່ນ ທິດສາຄອນ ສຳລີວົງຫວັດ ນັກກິລາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
– ລາງວັນຄູຝຶກດີເດັ່ນ ທ່ານ ສຸກຈິນດາ ນັດຜາສຸກ ຄູຝຶກ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ