• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ບາຣຊ້າ ເຮັດໄດ້ພຽງສະເໝີກັບ ອິນເຕີ 3-3 ສ່ຽງຕົກຮອບ ຢູຟ້າ ແຊ້ມປ້ຽນລີກ! ສ່ວນ ບາເຢິນ ຊະນະ 4 ນັດລວດ! ເຂົ້າຮອບ 16 ທີມແນ່ນອນແລ້ວ

ບາຣເຊໂລນ້າ ອະດີດແຊ້ມ ຢູຟ້າ ແຊ້ມປ້ຽນລີກ 5 ສະໄໝ ສ່ຽງຕົກຮອບແບ່ງກຸ່ມ ລະດູການນີ້ ພາຍຫລັງເປີດບ້ານສະເໝີກັບ ອິນເຕີ ມິລານ 3-3 ຂຶ້ນນຳກ່ອນຈາກ ອຸສມານ ເດມັເບເລ່ ນາທີ 40′ ແຕ່ທີມຢາມຍິງແຊງສອງປະຕູຈາກ ນິໂຄໂລ ບາເຣວລ້າ ນາທີ 50′ ແລະ ເລົາຕາໂລ້ ມາຕີເນັຊສ ນາທີ 63′ ບາຣຊ້າ ຕີສະເໝີ ຈາກ: ໂຣເບີດ ເລວານດັອຟສະກີ້ ນາທີ 82′ ແຕ່ ອິນເຕີ ກໍຍິງນຳອີກຄັ້ງຈາກ ໂຣບິນ ໂກເຊັ້ນ ນາທີ 89′ ກ່ອນທີ່ ເລວານດັອຟສະກີ້ ມາຍິງຕີສະເໝີອີກຄັ້ງ ໄລຍະຕໍ່ເວລາບາດເຈັບ ນາທີ 90+2′ ຈົບເກມສະເໝີກັນແບບສຸດມັນ 3-3.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ບາເຢິນ ມິວນິກ ບຸກຊະນະ ວິຕໍເຣຍ ພິວເຊັນ 4-2 ກຸ່ມ C ຜ່ານໄປ 4 ນັດ, ບາເຢິນ ມີ 12 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ອິນເຕີ ມີ 7 ຄະແນນ, ບາຣຊ້າ ມີ 4 ຄະແນນ ແລະ ພວິເຊັນ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 26 ຕຸລານີ້.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *