ໂມຮາເໝັດ ຊາລ້າ ສູນໜ້າທີມຊາດເອຢິບ ໄວ 30 ປີ ຂອງຫົງແດງ ລີເວີພູລ ສ້າງສິຖິຕິຍິງແຮັດທຣິກໄວສຸດໃນ ແຊ້ມປ້ຽນລີກ ນັດທີ່ ລີເວີພູລ ບຸກຖະຫລົ່ມ ແຣນເຈີ ຈາກສະກັອດແລນ 7-1 ຄືນວັນທີ 12 ຕຸລາຜ່ານມາ, ຊາລ້າ ລົງມາຊ່ວຍຕົ້ນສັງກັດໃນຖານະຕົວສຳຮອງ ນາທີ 68′ ແລະ ຍິງ 3 ປະຕູພາຍໃນ 6 ນາທີ 12 ວິນາທີຄື: ນາທີ 76‘, 80‘ ແລະ 81‘ ສ່ວນອີກ 4 ປະຕູຂອງ ລີເວີພູລ ໄດ້ຈາກ ໂຣແບໂຕ້ ຟຣີມີໂນ້ ສອງປະຕູ, ດາວິນ ນູເຢັສ ແລະ ຮາວີ້ ເອລ້ຽດ ຜູ້ລະໜຶ່ງປະຕູ, ນັດນີ້ ຫົງແດງຖືກນຳກ່ອນ ແຕ່ແຊງຊະນະໄດ້ເຖິງ 7-1.
ການປະລາໄຊຄັ້ງນີ້ ເຮັດໃຫ້ ແຣນເຈີ ເສຍຫລາຍສຸດໃນບານເອີຣົບ ແລະ ເປັນຄັ້ງທີສອງ ເສຍຫລັກ 4 ປະຕູຕິດຕໍ່ກັນໃນຮອບແບ່ງກຸ່ມ ແຊ້ມປ້ຽນລີກ ຕໍ່ຈາກລະດູການ 1996-97.
ຂະນະທີ່ ໂຣແບໂຕ້ ຟຣີມີໂນ້ ກາຍເປັນນັກເຕະ ລີເວີພູລ ຄົນທີສາມ ທີ່ແອັສຊິດ ສົ່ງບານໃຫ້ເພື່ອນຍິງປະຕູຫລາຍສຸດໃນ ແຊ້ມປ້ຽນລີກ ຕໍ່ຈາກ ສະຕີເວັນ ເຈີຣາດ ແລະ ແຈມສ໌ ມິວເນີ ລວມ 12 ຄັ້ງເທົ່າກັນ.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ນາໂປລີ ຟອມແຮງຕໍ່ເນື່ອງ ເປີດບ້ານຊະນະ ອາແຈັກ 4-2 ກຸ່ມ A ຜ່ານໄປ 4 ນັດ, ນາໂປລີ ມີ 12 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ລີເວີພູລ ມີ 9 ຄະແນນ, ອາແຈັກ 3 ຄະແນນ ແລະ ແຣນເຈີ ຍັງບໍ່ມີຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 26 ຕຸລານີ້.
Photo: UEFA Champions League