Congratulations Miss Earth Laos ມີສເອີສລາວ2022 ແມ່ນນ້ອງ ຕາໂຕ ຈິນຕະນາ ຄິດາພອນ Tato Jintana Kdp
ເຊິ່ງໄດ້ມີການແຕ່ງຕັ້ງ ແລະ ປະກາດ ໃນຄໍ່າຄືນຂອງວັນທີ 12 ຕຸລາ 2022 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ
ເຊິ່ງນ້ອງຕາໂຕ ຈະໄດ້ເປັນຕົວແທນສາວລາວໄປປະກວດ ທີ່ປະເທດ ຟິລິບປິນ ໂດຍນ້ອງຕາໂຕບອກຕ້ອງໄດ້ກຽມຄວາມພ້ອມທຸກຢ່າງບໍ່ວ່າຈະເປັນຮູບຮ່າງ, ຄວາມຮູ້ຄວາມສາມາດ ໃຫ້ສົມກັບການຖືກແຕ່ງຕັ້ງ
.
ຖ້າຕິດຕາມຊົມ ແລະ ເຊຍ ສົ່ງກໍາລັງໃຈໃຫ້ຕົວແທນປະເທດ
ຕາໂຕ ຈິນຕະນາ ຄິດາພອນ ອາຍຸ 23 ປີ ກຳລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສິ່ງແວດລ້ອມ ປະຈຸບັນເປັນນາງແບບສັງກັດຢູ່ລາວຊຸບເປີໂມເດວ ຜົນງານທີ່ຜ່ານມາ ມີ ຖ່າຍປົກ ວາລະສານພາເພີນ,
.
ເດີນແບງານລາວແຟຊັນວີກ 2017,2019,2020 ; ເດີນແບບງານ ວາວ 2019 ແລະຍັງມີງານຖ່າຍແບບເດີນແບບຫລາຍໆງານ ນອກຈາກນີ້ຍັງມີ ຖ່າຍຊີລີ້ ແລະ ອື່ນໆ
ຄະຕິປະຈຳໃຈແມ່ນ “ເຮັດໃນສິ່ງທີ່ເຮົາຮັກ ແລ້ວເຮົາຈະມີຄວາມສຸກເອງ “
ສ່ວນຕົວແລ້ວຄິດວ່າຕົນເອງເປັນຄົນຕະລົກ ອາລົມດີຕະຫຼອດເວລາ, ມັກ ອອກກຳລັງກາຍ ແລະ ເປັນຄົນບໍ່ມັກ ຄວາມວຸ້ນວາຍ