• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຣູດີເກີ ຫົວແຕກ! ຍິງປະຕູທ້າຍເກມ ຊ່ວຍ ຣຽວ ມາດຣິດ ບຸກສະເໝີ ຊັກຕ້າ 1-1 ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ F ນັດທີ 3 ຄືນວັນທີ 11 ຕຸລາຜ່ານມາ, ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ບຸກໄປຢາມ ຊັກຕ້າໂດເນັດ ແຊ້ມລີກສູງສຸດຂອງ ຢູເຄຣນ (ອູແກຣນ) ຖືກຂຶ້ນນຳກ່ນອໃນຕົ້ນເຄິ່ງເວລາທີສອງຈາກ ໂອເລັກຊານເດີ ຊູຄັອບ ນາທີ 46′ ແຕ່ທ້າຍເກມ ມາດຣິດ ຕີສະເໝີຈາກ ອັນໂຕນີໂອ ຣູດີເດີ ໄລຍະຕໍ່ເວລາບາດເຈັບ ນາທີສຸດທ້າຍ 90+5′ ຈົບເກມ ສະເໝີກັນ 1-1 ມາດຣິດ ຍັງຮັກສາສະຖິຕິບໍ່ເສຍໃນລະດູການນີ້ ລວມທັງເກມລີກ ແລະ ຢູຟ້າ ຊຸບເປີຄັບ 13 ນັດ ຊະນະ 11 ສະເໝີ 2.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ອາຣແບ ໄລຊິກ ບຸກຊະນະ ເຊວຕິກ 2-0 ຜ່ານໄປ 4 ນັດ: ມາດຣິດ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍເປັນທີມທີ 2 ຕໍ່ຈາກ ແມນຊິຕີ້, ໄລຊິກ ມີ 6 ຄະແນນ, ຊັກຕ້າ ມີ 5 ຄະແນນ ແລະ ເຊວຕິກ ມີ 1 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 25 ຕຸລານີ້.

Photo: UEFA Champions League, Real Madrid C.F.

Leave a Reply

Your email address will not be published. Required fields are marked *