• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ສົມກັບການລໍຄອຍ ຊ່ວງເຮືອທ່າວັດຈັນປີນີ້ ຄູ່ຊີງເຮືອປະເພນີຍິງສະເໝີກັນ ຈົນຕ້ອງຕັດສິນອີກຄັ້ງ(ຄລິບ)

ການແຂ່ງຂັນຊ່ວງເຮືອປະເພດນີຍິງ ແລະ ຊາຍ 55 ສີພາຍ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປິດສາກໄປເມື່ອວັນທີ 11 ຕຸລາ 2022 ເຊິ່ງກໍມີຫຼາຍເຫດການທີ່ສໍາຄັນ ບໍ່ວ່າຈະເປັນຜູ້ຊົມຫຼັ່ງໄປເຂົາໄປຊົມທາມກາງແສງແດດຮ້ອນອົບເອົ້າຕະຫຼອດການແຂ່ງຂັນ ແລະ ການແຂ່ງຂັນກໍສູສີສົມກັບການລໍຄອຍສໍາລັບເຮືອປະເພນີສະເໝີກັນ.

ການແຂ່ງຂັນຊ່ວງເຮືອປະເພນີຊາຍ ມີ 7 ລໍາ ຜ່ານການແຂ່ງຂັນປາກົດວ່າ: ເຮືອຣີສອດສາຍນໍ້າຄານ ແຊັມເກົ່າ 2 ສະໄໝຊ້ອນ ພົບກັບ ນະຄອນຫຼວງອຸດສະຫະກໍາເຫຼັກ ໃນຮອບຊີງຊະນະເລີດ ເຊິ່ງຄູ່ນີ້ຕັດສິນກັນບໍ່ຢາກເມື່ອແຊັມເກົ່າ ຣີສອດສາຍນໍ້າຄານ ໃນນາມນາວາສັກສິດ ແຊງເຂົ້າເສັ້ນໄປຂາດລອຍຄວ້າແຊັມ ແລະ ຂັນໝູນວຽນໄປຄອງ ເພາະເປັນແຊ້ມສະໄໝທີ 3 ຕິດຕໍ່ກັນ. ເບິ່ງຄລິບລຸ່ມນີ້

ແຕ່ ເຮືອປະເພນີຍິງ ມີ 5 ລໍາຜ່ານການແຂ່ງຂັນປາກົດວ່າ: ທິດາສາຍແວວ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ບໍລິສັດ ດວງຕາຫີນ-ຊາຍ ໂດຍຮອບຊີງແມ່ນສຸດສູສີກັນເນື່ອງຈາກສະເໝີໃນການແຂ່ງຂັນລ່ອງນໍ້າອິດ ກ່ອນໄປຕັດສິນກັນລ່ອງນໍ້າທີ 2 ແລະ ເຮືອບໍລິສັດດວງຕາ ຫີນຊາຍ ແຊງເຂົ້າເສັ້ນໄຊໄປຫວຸດຫວິດຄວ້າແຊັມໄປຄອງ, ສ່ວນ ອັນດັບ 2 ທິດາສາຍແວ, 3 ເປັນຂອງ ບໍລິສັດ 3 B ແລະ ອັນດັບ 4 ເມືອງໄຊທານີ (ລາຍລະອຽດເບິ່ງຄລິບລຸ່ມນີ້)

Leave a Reply

Your email address will not be published. Required fields are marked *