ທຸກຄົງຄົງໄດ້ຍິນຂ່າວມາແລ້ວວ່າ ໂຕໂນ່ ພາຄິນ ຫຼື ພາຄິນ ຄຳວິໄລສັກ ໜຸ່ມນັກຮ້ອງ ນັກສະແດງ ຈາກເມືອງໄທທີ່ເພິ່ນຈັດໂຄງການ ໜຶ່ງຄົນລອຍຫຼາຍຄົນໃຫ້ ດ້ວຍການລອຍຂ້າມແມ່ນ້ຳຂອງມາລາວ ເພື່ອລະດົມທຶນ ສຳລັບຈັດຊື້ອຸປະກອນການແພດແລ້ວ ເຊິ່ງກ່ອນໜ້ານີ້ເພິ່ນໄດ້ເດີນທາງມາລາວ ເພື່ອເບິ່ງເສັ້ນທາງການລອຍນ້ຳ ຈຸດຂ້າມລະຫວ່າງ ນະຄອນພະນົມ-ກັບແຂວງຄຳມ່ວນ ພ້ອມແຈ້ງຈຸດປະສົງທີ່ຈະລອຍຂ້າມຂອງມາເປັນທີ່ຮຽບຮ້ອຍແລ້ວ ແຕ່ພໍຈະເຖິງເວລານັດໝາຍກັບມາດຣາມ່າ ວິຈານ ບໍ່ສ້າງສັນເທົ່າໃດໜັກ.
ຄວາມມຸ້ງຫວັງຕັ້ງໃຈຂອງໜຸ່ມໂຕໂນ່ຄືເປັນການລອຍນ້ຳ ເພື່ອລະດົມທຶນຊ່ວຍໂຮງໝໍລາວ ແລະໄທ “ຜ່ານໂຄງການ ໜຶ່ງຄົນລອຍຫຼາຍຄົນໃຫ້” ເຊິ່ງຄາດວ່າໄລຍະທາງຂອງການລອຍນ້ຳແມ່ນ 15 ກິໂລແມັດກວ່າ ຕາມແຜນການແມນຈະໄດ້ເລີ່ມລອຍໃນວັນທີ 22 ຕຸລາ 2022 ນີ້.
ໃນນັ້ນນ້ອງຮ້ອງໜຸ່ມຕັ້ງເປົ້າໝາຍວົງເງິນທີ່ຈະລະດົມໄດ້ຈາກການລອຍຂ້າມຂອງຄັ້ງນີ້ທີ່ 10 ລ້ານບາດ ໂດຍຈະມອບໃຫ້ໂຮງໝໍນະຄອນພະນົມ ແລະໂຮງໝໍແຂວງຄຳມ່ວນຂອງ ສປປ ລາວ.
ໃນງົບປະມານທີ່ໄດ້ຈາກການລະດົມທຶນ ໜຸ່ມໂຕໂນ່ຢາກໃຫ້ນຳໄປຈັດຫາເຄື່ອງມືອຸປະກອນການແພດ ເພື່ອມາເສີມສັກກະຍະພາບໃນການປິ່ນປົວຜູ້ປ່ວຍ ພ້ອມຍັງເຊີນຊວນ ປະຊາຊົນ ນັກທ່ອງທ່ຽວຮ່ວມກິດຈະກຳໃນຄັ້ງນີ້ດ້ວຍການຮ່ວມທຳຄວາມສະອາດແມ່ນ້ຳໄທ ແລະລາວໃຫ້ສວຍງາມປະສະຈາກຂີ້ເຫຍື້ອຕ່າງໆ.
ແນວໃດກໍ່ດີ ກະແສການລອຍຂ້າມຂອງ ຂອງໜຸ່ມໂຕໂນ້ເຫັນວ່າ ຖືກວິຈານຫຼາຍພໍສົມຄວນ ສ່ວນໜຶ່ງແນະນຳໃຫ້ໄປລະດົມທຶນດ້ວຍຊ່ອງທາງອື່ນເນື່ອງຈາກຍາມນີ້ກຳລັງນ້ຳແຮງ ເຊິ່ງມີຄວາມສ່ຽງສູງທີ່ອາດເກີດອຸບັດຕິເຫດໄດ້.
ເຖິງແນວໃດກໍ່ຕາມໜຸ່ມໂຕໂນ່ ໃນວັນທີ 7 ຕຸລາຜ່ານມາໄດ້ໄລສົດຊີ້ແຈງເຖິງເຈດຈຳນົງຂອງຕົນ ແລະຢືນຢັນຈະບໍລົ້ມເລີກຄວາມຕັ້ງໃຈໃນຄັ້ງນີ້ ແມ່ນຢູ່ວ່າການລະດົມທຶນເຮັດໄດ້ໃນຫຼາຍວິທີ ແຕ່ຕົນຖະໜັດດ້ານນີ້ ແລະເຂົ້າໃຈວ່າຕົນກຳລັງເຮັດຫຍັງຢູ່.
ໜຸ່ມໂຕໂນ່ຍັງ ມີຄຳເວົ້າທີ່ໜ້າຊື່ນຊົມອີກວ່າ ຕົນເຊື່ອວ່າໂລກຈະດີຂຶ້ນໄດ້ດ້ວຍການລົງມືເຮັດ ເຊິ່ງຕົນຖະໜັດແບບນີ້ກໍ່ພະຍາຍາມຊ່ວຍໃນສິ່ງທີ່ຕົນພໍຈະເຮັດໄດ້…..
ຂໍ້ມູນຍັງໃຫ້ຮູ້ອີກວ່າ ການລອຍຂ້າມຂອງເທື່ອນີ້ຂອງນັກຮ້ອງດັງ ແມ່ນໄດ້ມີຜູ້ຊ່ຽວຊານດູແລໃຫ້ຄຳແນະນຳກັບໂຄດລອຍນ້ຳທີ່ຈະຮ່ວມລອຍກັບໂຕໂນ່ວາງແຜນເສັ້ນທາງ ແລະປະເມີນຄວາມສ່ຽງ ຢືນຢັນວ່າບໍໄດ້ເຮັດໄປໂດຍປາສະຈາກການເມີນວິເຄາະຕາມທີ່ສັງຄົມນຳໄປວິຈານ.