• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຄໍາຕອບຢູ່ທີ່ໂຄຊ ແລະ ບິລລີ ວ່າຈະມາຊ່ວຍ ທີມຊາດລາວ ລຸຍ Mitsubishi Cup 2022 ຮູ້ໄວໆນີ້

ພາຍຫຼັງທີ່ ສະຫະພັນບານເຕະອາຊຽນ ( AFF ) ຈັດແບ່ງໂຖຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ( AFF Mitsubishi Electric Cup 2022 ) ຢ່າງເປັນທາງການໃນເວລາ 14:00 ໂມງຂອງວັນທີ 30 ສິງຫາ 2022.

ເຊິ່ງຄໍາຖາມຂອງແຟນບານລາວ ຫຼັງເຫັນໂພສກໍຖາມເຖິງວ່າ ບິລລີ ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ-ຝຣັ່ງ ຈະມີຊ່ວຍທີມຊາດລາວອີກບໍ ກໍຕ້ອງເບິ່ງການເລືອກຂອງຄູຝືືກທີມຊາດລາວ ແລະ ການສະໝັກໃຈຂອງ ບິລລີ ອີກຄັ້ງໜຶ່ງ ຄາດວ່າຈະຮູ້ຜົນໄວໆນີ້ ເບິ່ງຜົນງານຂອງ ບິລລີ ທີ່ເຄີຍມາຫຼິ້ນໃຫ້ກັບ ທີມຊາດລາວ ມາແລ້ວໃນຄລິບລຸ່ມນີ້:

ຜົນການຈັບສະຫຼາກແບ່ງສາຍ ປາກົດວ່າ:ທີມຊາດລາວ ຖືກຈັດຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ (ຕາມຮູບ)

ລາຍການ ເອເອັຟເອັຟ ມິດຊູບິຊິ ອິເລັກທຣິກ ຄັບ 2022 ຈະກັບໄປໃຊ້ຮູບແບບການແຂ່ງຂັນແບບເກົ່າຄື: ລະບົບແຂ່ງຂັນໃນບ້ານ ແລະ ນອກບ້ານ, ບໍ່ມີທີມຊາດເຈົ້າພາບໂດຍກົງ ໂດຍຮອບທໍາອິດແບ່ງເປັນ 2 ກຸ່ມ ແຕ່ລະທີມຈະຕ້ອງຫຼິ້ນໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່ອຫາແຊັມ ແລະ ຮອງແຊັມກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍຈະຫຼິ້ນແບບ 2 ນັດໃນບ້ານ ແລະ ນອກບ້ານເຊັ່ນດຽວກັນ.

Leave a Reply

Your email address will not be published. Required fields are marked *