ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ G ນັດທີ 3 ຄືນວັນທີ 11 ຕຸລາຜ່ານມາ, ແມນເຊັສເຕີ ຊິຕີ້ ທີມກຳລັງຟອມດີ ຍັງບໍ່ເສຍໃນລະດູການນີ້ ບຸກໄປຢາມ ໂຄເປັນຮາເກັນ ແຊ້ມລີກສູງສຸດຂອງເດັນມາກ ເຊິ່ງນັດນີ້ ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນຂອງທີມບໍ່ໄດ້ລົງສະໜາມ ແຕ່ມີລາຍຊື່ເປັນຕົວສຳຮອງ.
ໃນເຄິ່ງເວລາທຳອິດ ຊິຕີ້ ໄດ້ຈຸດໂທດນາທີ 25′ ຈາກຈັງຫວະບານຖືກແຂນຂອງ ນິໂຄລາຍ ບອຍເລເຊັ້ນ ກອງຫລັງເຈົ້າບ້ານ ແຕ່ ຣິຢ໊າດ ມາເຣັຊ ຍິງບໍ່ຜ່ານມືຂອງ ຄາມິວ ກຣາບາລ້າ ອະດີດເດັກປັ້ນຂອງ ລີເວີພູລ, ຈາກນັ້ນນາທີ 30′ ຊິຕີ້ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ເຊີຈີໂອ້ ໂກເມັຊ ແບັກຊ້າຍໂຕສຸດທ້າຍ ເຈດຕະນາດຶງ ຮາຄ້ອນ ຮາຣາວສັນ ທີ່ກຳລັງຈະຫລຸດເຂົ້າໄປຍິງປະຕູ ຜູ້ຕັດສິນ ເບິ່ງຄືນ VAR ແລະ ໃຫ້ບັດແດງທັນທີ, ເວລາທີເຫລືອ ເຖິງວ່າ ແມນຊິຕີ້ ເສຍປຽບຜູ້ຫລິ້ນ ແຕ່ຄອງບານ ແລະ ສ້າງໂອກາດຍິງໄດ້ດີກວ່າເຈົ້າບ້ານ ແຕ່ບໍ່ມີປະຕູເກີດຂຶ້ນ ຈົບເກມສະເໝີກັນ 0-0.
ສຳລັບຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ດັອດມຸນ ເປີດບ້ານສະເໝີກັບ ເຊບີຢ້າ 1-1 ຜ່ານໄປ 4 ນັດ: ແມນຊິຕີ້ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍເປັນທີມທຳອິດ, ດັອດມຸນ ມີ 7 ຄະແນນ, ເຊບີຢ້າ ແລະ ໂຄເປັນຮາເກັນ ມີ 2 ຄະແນນ, ນັດຕໍ່ໄປ ຈະແຂ່ງຂັນວັນທີ 25 ຕຸລານີ້.
Photo: UEFA Champions League