ບົດສະຫຼຸບ ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປີດສາກຢ່າງເປັນທາງການໃນຕອນວັນທີ 10 ຕຸລາ 2022 ເຊິ່ງເປັນການແຂ່ງຂັນເຮືອກີລາ ປີນີ້ມີຈຳນວນ 2 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ແຂ່ງຂັນເຮືອປະເພນີ ມີຈຳນວນ 12 ລຳ ( ຍິງ 5 ລຳເຂົ້າຮ່ວມ )
ເຊິ່ງແນ່ນອນມື້ນີ້ 10 ຕຸລາ 2022 ແມ່ນແຂ່ງຂັນໃນປະເພດເຮືອກິລາ 12 ສີພາຍ ຜ່ານການແຂ່ງປາກົດວ່າ: ເຮືອບໍລິສັດອະພິມາ ເມືອງວັງວຽງ ຜ່ານເຂົ້າຮອບຊີງກັບ ເຮືອສູນຄົ້ນຄວ້າແນວພັນເຂົ້າ ເຊິ່ງເປັນ ເຮືອບໍລິສັດ ອະພິມາ ສາມາດເອົາຊະນະ ຄອງຂັນຊະນະເລີດ ຮັບຂັນລາງວັນ ແລະ ເງີນລາງວັນ 10 ລ້ານກີບ, ສ່ວນ ອັນດັບ 2 ສູນຄົ້ນຄວ້າແນວພັນເຂົ້າ ຮັບຂັນລາງວັນ ພ້ອມເງີນສົດ 8 ລ້ານກີບ.
ຂະນະທີ່ ອັນດັບທີ 3 ເປັນທີມເຮືອ ໂຕໂນ້ ພາລວຍ ຮັບຂັນລາງວັນ ພ້ອມເງີນສົດ 5 ລ້ານກີບ ອັນດັບ 4 ເປັນທີມເຮືອ ບ້ານທ່າເດື່ອ ຮັບເງີນລາງວັນ 4 ລ້ານກີບ
ວີດີໂອຊ່ວງເຮືອ ແລະ ຜົນງານປີ 2020 ເບິ່ງໄດ້ລຸ່ມນີ້:
+ເຮືອປະເພນີຊາຍ ມີ 7 ລໍາຄື:
-ສາຍ ກ: ນະຄອນຫຼວງອຸດສະຫະກໍາເຫຼັກ, ບ້ານຫາດສວນ, ບໍລິສັດ ແສງເພັດເກັບກູ້ລະເບີດ ແລະ ເມືອງໄຊທານີ
-ສາຍ ຂ: ທິດາສາຍແວວ, ທິດາສ້ອຍຟ້າ ແລະ ສີຖານໃຕ້
-ແຊັມຕົກເປັນຂອງ: ຣີສອດສາຍນໍ້າຄານ ຫຼື ບໍລິສັດ ແສງເພັດເກັບກູ້ລະເບີດ ທີ່ໃຊ້ສີພາຍນາວາສັກສິດ ຄວ້າຂັນແຊັມ ພ້ອມກັນຂັນໝູນວຽນເນື່ອງຈາກໄດ້ແຊັມ 3 ສະໄໝຕິດຕໍ່ກັນ
-ທີ 2: ນະຄອນຫຼວງອຸດສະຫະກໍາເຫຼັກ ໃນຮອບຊີງຊະນະເລີດ
-ທີ 3: ທະນາຄານພັດທະນາລາວ
ຄລິບ:
+ເຮືອປະເພນີຍິງ ມີ 5 ລໍາຄື:
-ສາຍ ກ: ບ້ານຫາດສ້ຽວ, ຫາດສວນ ແລະ ເມຶືອງໄຊທານີ
-ສາຍ ຂ: ບໍລິສັດ ດວງຕາຫີນ-ຊາຍ ແລະ ບ້ານທ່າພະ.
-ແຊ້ມເປັນຂອງ: ບໍລິສັດ ດວງຕາຫີນ-ຊາຍ
-ທີ 2: ທິດາສາຍແວວ
-ທີ 3: ບໍລິສັດ 3 B
ສໍາລັບເງິນລາງວັນ ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.
ຂ່າວ-ຮູບ: ແອັດມິນນົກ