• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ລາວ – ອົດສະຕຣາລີ ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫລາຍຂຶ້ນ

ຂປລ. ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນວັນທີ 9-11 ຕຸລາ 2022 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ເຊິ່ງການເດີນທາງຢ້ຽມຢາມຄັ້ງນີ້ ເປັນໜຶ່ງໃນກິດຈະກຳ ເພື່ອສະເຫລີມສະຫລອງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022.


ພິທີພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 10 ຕຸລາ 2022, ທີ່ສະພາແຫ່ງຊາດ ອົດສະຕຣາລີ ຊຶ່ງການພົບປະ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລາວ-ອົດສະຕຣາລີ ຕະຫລອດໄລຍະຜ່ານມາ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົດສະຕຣາລີ ສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ສະແດງອອກໃນການແລກປ່ຽນການຢ້ຽມ ຢາມເຊິ່ງກັນ ແລະ ກັນ ຂອງການນຳໃນທຸກລະດັບຢ່າງເປັນປະຈຳ. ອັນພົ້ນເດັ່ນ ແມ່ນ ລັດຖະບານ ອົດສະຕຣາລີ ໄດ້ປະກາດໃຫ້ການຊ່ວຍໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແລະ ໄດ້ເປີດນຳໃຊ້ໃນ ເດືອນເມສາ ປີ 1994 ເປັນຕົ້ນມາ, ເຊິ່ງໂຄງການດັ່ງກ່າວ ໄດ້ກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ອົດສະຕຣາລີ ມາເຖິງທຸກມື້ນີ້.

ປັດຈຸບັນ, ລັດຖະບານ ອົດສະຕຣາລີ ໄດ້ສືບຕໍ່ການຊ່ວຍເຫລືອທາງການເພື່ອການພັດທະນາ(ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງຈັດເປັນອັນດັບ 3 ຂອງການຊ່ວຍເຫລືອ ODA ຢູ່ ສປປ ລາວ ໂດຍໄດ້ສຸມໃສ່ຫລາຍຂະແໜງການ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການຈັດການພັດພິບັດທາງທຳມະຊາດ, ວຽກງານປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ນອກນີ້ ລັດຖະບານ ອົດສະຕຣາລີ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອໃນຂອບການຮ່ວມມື ອາຊຽນ, ການຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ ກໍຄື ເປົ້າໝາຍການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນອະນາຄົດ.


ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” ເພື່ອສົ່ງເສີມການຮ່ວມມືສອງປະເທດ ໃຫ້ຫລາຍຂຶ້ນ, ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫລາຍຂຶ້ນ ໂດຍສະເພາະ ຊຸກຍູ້ການຮ່ວມມືືກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງ ສປປ ລາວ ແລະ ສະພາການຄ້າອຸດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງສອງຝ່າຍໃຫ້ຫລາຍຂຶ້ນ ໂດຍສະເພາະ ໃນຂະແໜງການບໍ່ແຮ່, ກະສິກຳ, ການສຶກສາ, ການທະນາຄານ, ພະລັງງານ ແລະ ອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ; ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆ;ສປປ ລາວ ໃນຖານະເປັນປະເທດປະສານງານແຫ່ງການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ຈະຮ່ວມມືກັນຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ມີກ້າວລະດັບສູງຍິ່ງໆຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອ ສປປ ລາວ ໃນຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ໃນໄລຍະທີ່ມີການລະບາດຢ່າງໜັກຢູ່ລາວ, ເຊິ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ. ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ, ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆ ປະກົດຜົນເປັນຈິງ, ທັງນີ້ ກໍເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອົດສະຕຣາລີ-ລາວ.
ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ກໍໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົດສະຕຣາລີ ເພື່ອລະນຶກເຖິງວັນທີ່ມີຄວາມາຍສຳຄັນທາງປະຫວັດສາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ ທີ່ສວນພຶກສາສາດ.

ໃນວັນດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ພົບປະກັບ ທ່ານ ແພັດ ຄອນຣອຍ (Pat ConroyMP), ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແລະ ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕຣາລີ, ຊຶ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການເສີມຂະຫຍາຍຮ່ວມມືໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນອະນາຄົດ. ນອກຈາກນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເປັນປະທານພິທີປາຖະກະຖາ ຫົວຂໍ້: ການພົວພັນ ລາວ-ອົດສະຕຣາລີ ຄົບຮອບ 70 ປີ, ທີ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ.
ໃນໂອກາດຢ້ຽມຢາມ ອົດສະຕຣາລີ ຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ຫລັງໃໝ່ ໃນຖານະແຂກກິດຕິມະສັກ; ພ້ອມທັງ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານສະຖານທູດ ແລະ ໂອ້ລົມຄົນເຊື້ອຊາດລາວ.

Leave a Reply

Your email address will not be published. Required fields are marked *