ບາເລັນເຊຍ ສະໂມສອນຊັ້ນນຳໃນສັງວຽນລາລີກ້າ ສະເປນ (ແອັສປາຍ) ໄດ້ ເອດີສັນ ຄາວານີ້ ອະດີດສູນໜ້າ ແມນເຊັສເຕີ ຢູໄນເຕັດ ເສີມທັບ ເຊັນສັນຍາ 2 ປີ. ຄາວານີ້ ຍ້າຍມາ ບາເລັນເຊຍ ໂດຍບໍ່ມີຄ່າໂຕ ເນື່ອງໝົດສັນຍາກັບ ແມນຢູ.
ຄາວານີ້ ໄວ 35 ປີ ເປັນນັກເຕະທີ່ປະສົບການ ແລະ ຝາກຜົນງານເດັ່ນໄວ້ກັບຫລາຍສະໂມສອນ ແລະ ທີມຊາດ ເຄີຍຢູ່ກັບ ປາແລໂມ້, ນາໂປລີ, ປາຣີ ແຊັງແຊກແມັງ ແລະ ແມນຢູ ສະເພາະຢູ່ກັບທັບປີສາດແດງ 2 ລະດູການ ລົງຫລິ້ນ 59 ນັດ ຍິງ 19 ປະຕູ ຊ່ວຍແມນຢູ ໄດ້ຮອງແຊ້ມ ຢູໂຣປ້າລີກ ລະດູການ 2020-21 ໃນນາມທີມຊາດອູຣູໄກວ ຕິດທີມຊຸດໃຫຍ່ມາແຕ່ປີ 2008 ລົງຫລິ້ນ 133 ນັດ ຍິງ 58 ປະຕູ.
Photo: Valencia C.F