• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ເຮືອກີລາ 12 ສີພາຍທ່າວັດຈັນປີນີ້ ແຊ້ມຕົກເປັນຂອງ ອະພິມາ ວັງວຽງ

ByAdmin KL

Oct 11, 2022

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປີດສາກຢ່າງເປັນທາງການໃນຕອນວັນທີ 10 ຕຸລາ 2022 ເຊິ່ງເປັນການແຂ່ງຂັນເຮືອກີລາ ປີນີ້ມີຈຳນວນ 2 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ແຂ່ງຂັນເຮືອປະເພນີ ມີຈຳນວນ 12 ລຳ ( ຍິງ 5 ລຳເຂົ້າຮ່ວມ )

ເຊິ່ງແນ່ນອນມື້ນີ້ 10 ຕຸລາ 2022 ແມ່ນແຂ່ງຂັນໃນປະເພດເຮືອກິລາ 12 ສີພາຍ ຜ່ານການແຂ່ງປາກົດວ່າ: ເຮືອບໍລິສັດອະພິມາ ເມືອງວັງວຽງ ຜ່ານເຂົ້າຮອບຊີງກັບ ເຮືອສູນຄົ້ນຄວ້າແນວພັນເຂົ້າ ເຊິ່ງເປັນ ເຮືອບໍລິສັດ ອະພິມາ ສາມາດເອົາຊະນະ ຄອງຂັນຊະນະເລີດ ຮັບຂັນລາງວັນ ແລະ ເງີນລາງວັນ 10 ລ້ານກີບ, ສ່ວນ ອັນດັບ 2 ສູນຄົ້ນຄວ້າແນວພັນເຂົ້າ ຮັບຂັນລາງວັນ ພ້ອມເງີນສົດ 8 ລ້ານກີບ.

ຂະນະທີ່ ອັນດັບທີ 3 ເປັນທີມເຮືອ ໂຕໂນ້ ພາລວຍ ຮັບຂັນລາງວັນ ພ້ອມເງີນສົດ 5 ລ້ານກີບ ອັນດັບ 4 ເປັນທີມເຮືອ ບ້ານທ່າເດື່ອ ຮັບເງີນລາງວັນ 4 ລ້ານກີບ
ວີດີໂອຊ່ວງເຮືອ ແລະ ຜົນງານປີ 2020 ເບິ່ງໄດ້ລຸ່ມນີ້:

+ເຮືອກີລາ ມີ 21 ລໍາຄື:
-ສາຍ ກ: ພະຍານະຄະລາດ, ທິດາສາຍແວວ, BK ຮອນດ້າ, ບໍລິສັດ ອິນທະພອນ, ມາລິໂອ ພາລວຍ ແລະ ອົງສາຟາມ.
-ສາຍ ຂ: ເທບພະພຸດເຕົ່າທອງ, ເຈົ້າແມ່ອໍລະໄທ, ນ້ອງໃໝ່ເທບພະນັນໄຊ, ທິດາສາຍແວວ ແລະ ພອນສະຫວັນ

-ສາຍ ຄ: ພອນສະຫວັນ 2, ບ້ານ ຫາຍໂສກ, ບໍລິສັດ ອະພິມາ, ເທບພອນໄຊ ແລະ ສຸນຄົ້ນຄວ້າສາຍພັນເຂົ້າ
-ສາຍ ງ: ໂຕໂນ ພາລວຍ, ບ້ານທ່າເດື່ອ, ເພັດມີໄຊ 2, ເພັດມີໄຊ 1 ແລະ ເຈົ້າແມ່ປະກາດສິດ.

+ເຮືອປະເພນີຊາຍ ມີ 7 ລໍາຄື:
-ສາຍ ກ: ນະຄອນຫຼວງອຸດສະຫະກໍາເຫຼັກ, ບ້ານຫາດສວນ, ບໍລິສັດ ແສງເພັດເກັບກູ້ລະເບີດ ແລະ ເມືອງໄຊທານີ
-ສາຍ ຂ: ທິດາສາຍແວວ, ທິດາສ້ອຍຟ້າ ແລະ ສີຖານໃຕ້

+ເຮືອປະເພນີຍິງ ມີ 5 ລໍາຄື:
-ສາຍ ກ: ບ້ານຫາດສ້ຽວ, ຫາດສວນ ແລະ ເມຶືອງໄຊທານີ
-ສາຍ ຂ: ບໍລິສັດ ດວງຕາຫີນ-ຊາຍ ແລະ ບ້ານທ່າພະ.

ສໍາລັບ ປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ.

ສ່ວນ ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.
ຂ່າວ-ຮູບ: ແອັດມິນນົກ

Leave a Reply

Your email address will not be published. Required fields are marked *