• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ຍິນດີນຳ 4 ຊາດຈາກອາຊຽນ: ຫວຽດນາມ, ມາເລເຊຍ, ໄທ ແລະ ລາວ ເຂົ້າຮອບສຸດທ້າຍ U17 ຊີງແຊ້ມອາຊີ 2023

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ຊິງແຊ້ມອາຊີ ມີມາແຕ່ປີ 1985 ລວມທັງໝົດ 18 ຄັ້ງ, ຄັ້ງທີ 19 ປີ 2023 ຫາກໍສຳເລັດຮອບຄັດເລືອກ ເມື່ອວັນທີ 9 ຕຸລາ ຜ່ານມາ, 16 ທີມ ທີ່ຜ່ານການຄັດເລືອກຄັ້ງນີ້ ມີ 4 ຊາດຈາກອາຊຽນ ຜ່ານການຄັດເລືອກສູ່ຮອບສຸດທ້າຍໃນປີໜ້າຄື: ຫວຽດນາມ, ມາເລເຊຍ, ໄທ ແລະ ສປປ ລາວ ເຊິ່ງເປັນຄັ້ງທີ 2 ຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2018 ທີ່ມີ ຫວຽດນາມ, ມາເລເຊຍ, ໄທ ແລະ ອິນໂດນເຊຍ. ຜ່ານມານອກຈາກປີ 2018 ແລະ 2023 ທີ່ມີຊາດຈາກອາຊຽນ ຫລັກ 4 ທີມ ທີ່ຜ່ານການຄັດເລືອກສູ່ຮອບສຸດທ້າຍ ຍັງມີປີ 2004 ເຊີ່ງມີ: ຫວຽດນາມ, ມາເລເຊຍ, ໄທ ແລະ ສປປ ລາວ ເໝືອນກັບປີ 2023.

ສຳລັບ U17 ທີມຊາດລາວ ຜ່ານມາເຄີຍຜ່ານການຄັດເລືອກໄປຮອບສຸດທ້າຍ 2 ຄັ້ງຄື: ປີ 2004 ທີ່ຍີ່ປຸ່ນ ແລະ 2012 ຢູ່ອີຣານ ແຕ່ຕົກຮອບແບ່ງກຸ່ມທັງສອງຄັ້ງ. ສຳລັບ 16 ທີມ ທີ່ຜ່ານການຄັດເລືອກ ໄປແຂ່ງຂັນຮອບສຸດທ້າຍ ໃນປີ 2023 ປະກອບມີ: 10 ທີມ ທີ່ເປັນທີໜຶ່ງຮອບຄັດເລືອກ 10 ກຸ່ມຄື: ຍີ່ປຸ່ນ ແຊ້ມເກົ່າ, ມາເລເຊຍ, ກາຕ້າ, ຊາອຸດິອາຣາເບຍ, ເຢເມັນ, ຫວຽດນາມ, ອົດສະຕຣາລີ, ທາຈີກິສຖານ, ອີຣານ, ອຸສເບກິສຖານ, ພ້ອມກັບອີກ 6 ທີມ ທີ່ເປັນອັນດັບສອງດີສຸດ ຈາກ 10 ກຸ່ມຄື: ສາທາລະນະລັດເກົາຫລີ (ເກົາຫລີໃຕ້), ສປ ຈີນ, ອັຟການິສຖານ, ອິນເດຍ, ໄທ ແລະ ສປປ ລາວ.

ຂະນະນີ້ ຍັງບໍ່ມີເຈົ້າພາບຮອບສຸດທ້າຍ ຄາດວ່າ: AFC ຈະເລືອກໃນມໍ່ໆນີ້ ແລະ ອາດເປັນ 1 ໃນ 16 ທີມ ທີ່ຜ່ານການຄັດເລືອກຄັ້ງນີ້ ແລະ ຈະທຳການແຂ່ງຂັນໃນລະຫວ່າງວັນທີ 3–20 ພຶດສະພາ 2023 ທີມທີ່ຕິດອັນດັບ 1 ໃນ 4 ຂອງອາຊີ ຈະໄດ້ເປັນຕົວຂອງທະວີບ ໄປຮ່ວມແຂ່ງຂັນ U17 ປີ ຊິງແຊ້ມໂລກ ຢູ່ປະເທດເປຣູ ໃນປີ 2023.

Photo: LaoFF, AFC

Leave a Reply

Your email address will not be published. Required fields are marked *