• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ແອນໂທນີ້ ສ້າງປະຫວັດສາດເປັນນັກເຕະໃໝ່ຄົນທຳອິດຂອງ ແມນຢູ ຍິງ 3 ນັດລວດໃຫ້ ແມນຢູ

ແອນໂທນີ້ ປີກໃໝ່ຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ທີ່ຍ້າຍມາຈາກ ອາແຈັກ ໃນລະດູການນີ້ ສ້າງປະຫວັດສາດກາຍເປັນນັກເຕະຄົນທຳອິດຂອງທີມ ລົງຫລິ້ນ 3 ນັດທຳອິດ ຍິງປະຕູໄດ້ທັງ 3 ນັດ ຫລ້າສຸດ ຍິງໜຶ່ງປະຕູຊ່ວຍຕົ້ນສັງກັດ ບຸກຊະນະ ເອຟເວີຕັນ 2-1 ເກມພຣີເມ່ຍລີກ ວັນອາທິດທີ 9 ຕຸລາຜ່ານມາ.

ຂະນະທີ່ ຄຣິສເຕຍໂນ້ ໂຣນາວໂດ້ ກອງໜ້າຊຸບເປີສະຕາຣ ໄວ 37 ປີ ຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ຍິງປະຕູທີ 700 ໃນອາຊີບໄດ້ສຳເລັດ, ໂຣນາວໂດ້ ລຸກຈາກມ້ານັ່ງສຳຮອງ ລົງມາແທນ ອ໋ອງໂທນີ້ ມາກຊີຢາວ ທີ່ມີອາການບາດເຈັບ ນາທີ 29′ ໃນຂະນະທີ່ເກມ ສະເໝີກັນ 1-1 ໂຣນາວໂດ້ ຍິງປະຕູໄຊ ນາທີ 44′ ພາ ແມນຢູ ຄວ້າ 3 ຄະແນນກັບບ້ານແບບຫວຸດວິດ.

ປະຈຸບັນ ແມນຢູ ມີ 15 ຄະແນນ ຈາກ 8 ນັດ ຢູ່ອັນດັບທີ 5 ຕາມຫລັງ ອາຣເຊນໍລທີມນຳ 9 ຄະແນນ ແຕ່ ແມນຢູ ຍັງແຂ່ງໜ້ອຍກວ່າ 1 ນັດ, ນັດຕໍ່ໄປ ແມນຢູ ຈະເປີດບ້ານພົບກັບ ນິວຄາສເຊິນ ວັນທີ 16 ຕຸລານີ້, ແຕ່ກາງອາທິດນີ້ ມີເກມຢູໂຣປ້າລີກ ຮອບແບ່ງກຸ່ມ ນັດທີ 4 ຈະພົບກັບ ໂອໂມເນຍ ນິໂຄເຊຍ ຄືນວັນທີ 13 ຕຸລານີ້.

Photo: Man UTD

Leave a Reply

Your email address will not be published. Required fields are marked *