• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ປ່າເຢັ້ງຊາ ລໍ່ Miss Universe ຄົນຫຼ້າສຸດກຳລັງ ເຮັດໃຫ້ເຟັສບຸກລຸກເປັນໄຟໃນພຽງຂ້າມວັນ

ເຊື່ອວ່າຄືວານນີ້ຫຼາຍຄົນອົດຫຼັບອົດນອນຄືກັບແອັດໃນການເຊຍນາງງາມຈັກກະວານໃນຮອບຕັດເຊືອກ ເພາະມີຫຼາຍນ້ອງທີ່ມີຂອງດີໃນຕົວມາໃຫ້ຊື່ນຊົມກັນຢາມຫຼາກຫຼາຍບໍ່ວ່າຈະເປັນຄວາມງາມທາງໜ້າຕາ, ຄວາມສາມາດອື່ນໆ ທີ່ຈະເປັນຕົວແທນປະເທດເຮົາສູ່ຈັກກະວານ ເວທີທີ່ສາວໆຢາກຈະເປັນຢືນຢູ່ໃນຈຸດນັ້ນ ແລະໜຶ່ງບຸກຄົນທີ່ມີແຟນຄັບຕາມເຊຍຫຼວງຫຼາຍກໍ່ຄື ນ້ອງ ປ່າເຢັ້ງຊາ ລໍ່ ສາວລາວເຜົ່າມົ້ງຜູ້ທີ່ມັກຮັກໃນຮຽນ.

ເວົ້າໄດ້ວ່າ ສາວປ່າເຢັ້ງຊາຄົນນີ້ມາແຮງແຊງໂຄ້ງອີຫຼີ ທຸກຄົນທີ່ຮູ້ຈັກບໍມີໃຜບໍເຊຍ ເພາະນ້ອງເປັນສາວຄູທີ່ຫຼາຍຄົນຮູ້ຈັກຢູ່ແລ້ວ ຍິ່ງຂຶ້ນເວທີປະກວດຍິ່ງໄດ້ໃຈເຫຼົ່ານັກຮຽນແຟນຄັບ ພໍແຕ່ໄດ້ຊາບຂ່າວສາວຄົນນີ້ໄດ້ຮັລເລືອກໄປແຂ່ງທີ່ຈັກກະວານເປັນ Miss Universe Laos 2022 ເຊິ່ງສາວຊົນເຜົ່າມົ້ງຄົນທໍາອິດທີ່ໄດ້ເປັນ Miss Universe Laos ເຮັດໃຫ້ມີຍອດການເວົ້າເຖິງໃນເຟສບຸກຫຼາຍຢ່າງລົ້ນຫຼາມຈົນການເປັນປະເດັນຮ້ອນແຮງຈົນຕິດເທຣນການຄົ້ນຫາ ແລະ ຖືກກ່າວເຖິງຫຼາຍກວ່າ 16,000 ຄັ້ງ.


ມື້ນີ້ເຮົາມາຮູ້ຈັກສາວຄົນນີ້ໃຫ້ຫຼາຍຂຶ້ນ ນ້ອງປ່າເຢັ້ງຊາ ລໍ່(ນ້ອງປ່າ) ເປັນສາວລາວເຜົ່າມົ້ງຄົນໜຶ່ງທີ່ກຳເນີດເຕີບໃຫຍ່ມາຈາກແຂວງຊຽງຂວາງ ເຊິ່ງຖືກຜູ້ເປັນພໍ່ບົ່ມສອນມາຕະຫຼອດໃຫ້ເອົາໃຈໃສ່ສຶກສາຮ່ຳຮຽນ ເພາະການຮຽນເທົ່ານັ້ນຈະເຮັດໃຫ້ຊີວິດດີຂຶ້ນ ຈາກຄຳເວົ້າຂອງພໍ່ເຮັດໃຫ້ນ້ອງສຸມໃສ່ການຮຽນຫຼາຍຂຶ້ນຈາກປົກກະຕິທີ່ຕ້ອງຮຽນຢູ່ແລ້ວ ໃນນັ້ນນ້ອງເລືອກທີ່ຈະເອົາດີກັບພາສາອັງກິດ ເພາະນ້ອງເຊື່ອວ່າການທີ່ເຮົາເວົ້າ, ເຂົ້າໃຈ ແລະເກັ່ງໃນພາສາອັງກິດຈະຊ່ວຍໃຫ້ສາມາດມີວຽກເຮັດງານທຳທີ່ດີ ເພາະເກືອບທຸກໜ້າວຽກລ້ວນໃຊ້ພາສາອັງກິດໃນການສື່ສານ.


ນ້ອງປ່າບໍແມ່ນເດັກຮຽນອິນເຕີມາແຕ່ນ້ອຍ ແຕ່ນ້ອງເປັນຜູ້ຂະຫຍັນມັກຊອກຮູ້ຮ່ຳຮຽນຕາມຊ່ອງທາງຕ່າງໆເທົ່າທີ່ມີ ເປັນຄວາມໂຊກດີຂອງນ້ອງຢ່າງໜຶ່ງຄືເກີດໃນຍຸກທີ່ມີພ້ອມທັງອິນເຕີເນັດ, ຊ່ອງທາງການຮຽນຮູ້ທີ່ເຂົ້າເຖິງງ່າຍ ນ້ອງຈຶ່ງສະແຫວງຫາສິ່ງທີ່ທີ່ຕົນຄິດວ່າດີຈາກອິນເຕີເນັດຄວບຄູ່ກັບການຮຽນຢູ່ໂຮງຮຽນ ນ້ອງບອກວ່າ ນ້ອງມັກສາວຄູສອນພາສາອັງກິດຄົນໜຶ່ງໃນຊ່ອງຢູທຸບທີ່ສຸດ ເພາະເພິ່ນອອກສຽງເປັນພາສາອັງກິດອາເມລິກັນ ເຊິ່ງຟັງແລ້ວມ່ວນ ນ້ອງຈຶ່ງເລືອກທີ່ຈະຕິດຕາມ ແລະເດີນທາງສາວຄູຄົນນັ້ນ ເພື່ອຫັດຜັນສຽງຕົນເອງໃຫ້ເປັນໄປຕາມເຈົ້າຂອງພາສາ. ນອກຈາກນີ້ ນ້ອງຍັງມັກຟັງເພງທີ່ເປັນພາສາອັງກິດ ເພື່ອໃຫ້ເຂົ້າໃຈຄວາມໝາຍຄຳສັບທີ່ຫຼາກຫຼາຍ ໂດຍສະເພາະການໃຊ້ສຽງຄວບ.

ຢ່າງໃດກໍ່ຕາມບົດຮຽນຄວາມຮູ້ທີ່ໄດ້ມາຈາກການຮຽນຮູ້ຜ່ານອອນລາຍ ແລະພື້ນຖານເບື້ອງຕົ້ນແມ່ນຍັງບໍ່ພຽງພໍເທື່ອ ເມື່ອຈົບມັດທະຍົມນ້ອງຈິ່ງຕັດສິນໃຈມາຮຽນຢູ່ ນະຄອນຫຼວງວຽງຈັນ ແລະຕອນນີ້ກຳລັງສຶກສາຢູ່ທີ່ ວິທະຍາໄລລາວອາເມຣິກາ (Lao-American College) ປີສາມ ແລະ ນ້ອງໄດ້ເລືອກຮຽນສາຍຄື ບໍລິຫານທຸລະກິດ.
ຕິດພັນກັບການຮຽນແລ້ວ ນ້ອງປ່າຍັງ ນ້ອງເປັນ Co-Founder ຜູ້ຮ່ວມລິເລີ່ມກຸ່ມ HmongWomanNetwork ສ້າງເພື່ອຊ່ວຍເຫຼືອແມ່ຍິງມົ້ງໂດຍສະເພາະເດັກຍິງຢູ່ຊົນນະບົດ ທັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສຕື່ມອີກ.


ສຳລັບການມາປະກວດ ນາງງາມ ໃນເວທີ ມິສຢູນີເວີຣຄັ້ງນີ້ ນ້ອງເຊື່ອວ່າ ຕົນເອງຈະສາມາດເປັນກະບອກສຽງໃຫ້ກັບສັງຄົມ ໂດຍສະເພາະແມ່ນແມ່ຍິງທັງຫຼາຍໃນການສະແດງຄວາມຮູ້ຄວາມ ເພາະປ່າ ຄິດວ່າ ນາງງາມມັນບໍ່ແມ່ນພຽງແຕ່ຊື່ຂອງມັນ ການເປັນນາງງາມຈະເຮັດໃຫ້ເຮົາມີອິດທິພົນຕໍ່ຄວາມຄິດ (mindset) ແລະ ການກະທຳຂອງຜູ້ອື່ນຫຼາຍ. ເຈົ້າຈະເປັນແຮງບັນດານໃຈ ແລະ ພະລັງທີ່ຈະເປັນແຮງພັກດັນໃຫ້ຜູ້ອື່ນຍິ່ງກວ່າ.

Leave a Reply

Your email address will not be published. Required fields are marked *