• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

4 ຈັງຫວະໄດ້ປະຕູຂອງ ຢູ 17 ລາວ ໃນ 10 ວິນາທີສຸດທ້າຍ ປະຕູສໍາຄັນເຂົ້າຮອບສຸດທ້າຍ (ຄລິບ)

ກາຍເປັນຄໍ່າຄືນແຫ່ງປະຫວັດສາດຂອງວົງການບານເຕະລາວໃນວັນທີ 9 ຕຸລາ 2022 ເມື່ອ ທີມຊາດລາວ ລົງສະໜາມນັດສໍາຄັນນັດທີ 3 ຫຼື ນັດສຸດທ້າຍຂອງກຸ່ມ ພົບກັບ ເຈົ້າພາບ ກຽກກິດສະຖານ ເຊິ່ງທີມຊາດລາວ ແລະ ເຈົ້າພາບ ຕ້ອງການຊະນະໃຫ້ໄດ້ຫຼາຍປະຕູ ເພື່ອລຸ້ນເປັນທີມອັນດັບ 2 ທີ່ດີທີ່ສຸດ ປາກົດວ່າ: ເຄິ່ງເວລາທໍາອິດ ເພັດສະໝອນ ສີຫາເທບ ຍິງປະຕູຂຶ້ນນໍາໃຫ້ກັບ ຢູ 17 ໃນໄລຍະ 10 ນາທີກວ່າໆ, ສ່ວນໄລຍະເວລາທີ່ເຫຼືອເປີດແລກກັນຢ່າງສຸດມັນ ກ່ອນຈົບເຄິ່ງເວລາທໍາອິດ ຢູ 17 ລາວ ນໍາຢູ 1-0, ສ່ວນເຄິ່ງເວລາທີ 2 ຍັງແລກກັນຢ່າງຕໍ່ເນື່ອງ, ຈົນເຖິງທ້າຍເກມ ເຈົ້າພາບ ໄດ້ປະຕູຕີສະເໝີເປັນ 1-1, ເຊິ່ງເກມທໍາທ່າວ່າຈະຈົບແຕ່ສຸດທ້າຍ ທີມຊາດລາວ ມາໄດ້ປະຕູໄຊຈາກການຍິງຂອງ ປີເຕີ ພັນທະວົງ ໃນນາທີສຸດທ້າຍຂອງການຕໍ່ເວລາພິເສດເອົາຊະນະໄປ 2-1 ເກັບເພີ່ມເປັນ 6 ຄະແນນ ເຊິ່ງປະຕູດັ່ງກ່າວໄດ້ມາຈາກ 4 ຈັງຫວະ ຈົນປະຕູສໍາຄັນທີ່ສຸດໃນການເຂົ້າຮອບສຸດທ້າຍ ເບິ່ງຄລິບລຸ່ມນີ້:

ສໍາລັບ ຜົນງານຂອງ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີ ລົງສະໜາມນັດທໍາອິດ ໃນການແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ເສຍໃຫ້ກັບ ອີຣານ 0-3 ເມື່ອວັນທີ 5 ຕຸລາ 2022 ແລະ ນັດທີ 2 ຊະນະ ຮົງກົງ 5-0 ເມື່ອວັນທີ 7 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ ກ່ອນນັດຫຼ້າສຸດຊະນະ ກຽກກິດສະຖານ 2-1

Leave a Reply

Your email address will not be published. Required fields are marked *