• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເພັດສະໝອນ ຍິງປະຕູໃຫ້ ຢູ 17 ລາວ ຂຶ້ນນໍາເຈົ້າພາບ 1-0 ຈົບເຄິ່ງເວລາທໍາອິດ

ກ່ອນໜ້ານີ້ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີ ລົງສະໜາມນັດທໍາອິດ ໃນການແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ເສຍໃຫ້ກັບ ອີຣານ 0-2 ເມື່ອວັນທີ 5 ຕຸລາ 2022 ແລະ ນັດທີ 2 ຊະນະ ຮົງກົງ 5-0 ເມື່ອວັນທີ 7 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ

ຫຼ້າສຸດໃນຄໍ່າຄືນຂອງວັນທີ 9 ຕຸລາ 2022 ທີມຊາດລາວ ລົງສະໜາມນັດສໍາຄັນນັດທີ 3 ຫຼື ນັດສຸດທ້າຍຂອງກຸ່ມ ພົບກັບ ເຈົ້າພາບ ກຽກກິດສະຖານ ເຊິ່ງທີມຊາດລາວ ແລະ ເຈົ້າພາບ ຕ້ອງການຊະນະໃຫ້ໄດ້ຫຼາຍປະຕູ ເພື່ອລຸ້ນເປັນທີມອັນດັບ 2 ທີ່ດີທີ່ສຸດ ປາກົດວ່າ: ເຄິ່ງເວລາທໍາອິດ ເພັດສະໝອນ ສີຫາເທບ ຍິງປະຕູຂຶ້ນນໍາໃຫ້ກັບ ຢູ 17 ໃນໄລຍະ 10 ນາທີກວ່າໆ, ສ່ວນໄລຍະເວລາທີ່ເຫຼືອເປີດແລກກັນຢ່າງສຸດມັນ ກ່ອນຈົບເຄິ່ງເວລາທໍາອິດ ຢູ 17 ລາວ ນໍາຢູ 1-0. (ຄລິບການຍິງປະຕູລຸ່ມນີ້)

ສໍາລັບ ລາວ ແລະ ເຈົ້າພາບ ມີ 3 ຄະແນນເທົ່າກັນ ນັດນີ້ເປັນຕັດສິນວ່າໃຜຈະເປັນອັນດັບ 2 ຂອງກຸ່ມ (ຕ້ອງຕິດຕາມກັນຕໍ່ເຄິ່ງເວລາທີ 2 ເລີ່ມເວລາ 21:30 ໂມງ ), ສ່ວນເຄິ່ງເວລາທີ 2 ຍັງແລກກັນຢ່າງຕໍ່ເນື່ອງ, ຈົນເຖິງທ້າຍເກມ ເຈົ້າພາບ ໄດ້ປະຕູຕີສະເໝີເປັນ 1-1, ເຊິ່ງເກມທໍາທ່າວ່າຈະຈົບແຕ່ສຸດທ້າຍ ທີມຊາດລາວ ມາໄດ້ປະຕູໄຊ ໃນນາທີສຸດທ້າຍຂອງການຕໍ່ເວລາພິເສດເອົາຊະນະໄປ 2-1 ເກັບເພີ່ມເປັນ 6 ຄະແນນ, ເຊິ່ງຕາມເວລາໃນຕອນນີ້ແມ່ນສ້າງປະຫວັດສາດເຂົ້າຮອບໃນຖານະທີມອັນດັບ 2 ທີ່ດີທີ່ສຸດທີມທີ 6, ແຕ່ຕ້ອງລຸ້ນເບິ່ງຜົນຄູ່ຕໍ່ໄປ ອີຣັກ ພົບກັບ ໂອມານ ຕ້ອງລຸ້ນໃຫ້ ອິຣັກ ຊະນະ ຈິ່ງຈະເຮັດໃຫ້ ຢູ 17 ລາວເຂົ້າຮອບ ຖືວ່າມີໂອກາດ 50/50

Leave a Reply

Your email address will not be published. Required fields are marked *