• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ແລ່ນລົດໄຟເພີ່ມອີກ 1 ຄູ່ ນະຄອນຫຼວງວຽງ ຫາ ຫຼວງພະບາງ ຮອງຮັບການເດີນໄລຍະບຸນອອກພັນສາ ໄຫຼເຮືອໄຟ

ບໍລິສັດລົດໄຟລາວ-ຈີນ ຈຳກັດ ແຈ້ງການເພີ່ມຖ້ຽວ ລົດໄຟຜູ້ໂດຍສານ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນວັນທີ  10-13 ຕຸລານີ້ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ເດີນທາງໄປທ່ອງທ່ຽວໃນງານບຸນອອກພັນສາ ໄຫຼເຮືອໄຟຫຼວງພະບາງ.

ໂດຍໃຫ້ຮູ້ວ່າ: ພວກເຮົາໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ,  ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານໃນບຸນອອກພັນສາ ແລະ ບຸນຊ່ວງເຮືອທີ່ຈະມາເຖິງນີ້

ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປກັບ 1 ຄູ່ໃນວັນທີ 10-13 ຕຸລາ 2022. ດັ່ງຕາຕະລາງແລ່ນລົດໄຟລຸ່ມນີ້

 

ສຳລັບລາຍການເຄື່ອນໄຫວບຸນ ຈະມີກິດຈະກຳເລີ້ມແຕ່ ວັນທີ 6-11 ຕຸລາ 2022 ເຊິ່ງຕິດພັນກັບກິດຈະກໍາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ໃນນັ້ນ ວັນທີ 6 ຕຸລາ 2022, ເວລາ 16:00 ໂມງ ຫາ 21:00 ໂມງ ມີການປະກວດໂຄມໄຟຢູ່ທີ່ວັດໃໝ່, ວັນທີ 7 ຕຸລາ 2022, ເວລາ 8:00 ໂມງເຊົ້າ ເປີດງານຢູ່ເຮືອນຈັນຢ່າງເປັນທາງການ, ຕອນແລງເວລາ 18:00 ໂມງ ແຫ່ງຂະບວນໂຄມ ໄຟແຕ່ວັດໃໝ່ຫາເຮືອນຈັນ ແລະງານວາງສະແດງ, ຈຳໜ່າຍສີນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນລະຫວ່າງວັນທີ 7-11 ຕຸລາ 2022, ວັນທີ 8-10 ຕຸລາ 2022 ທ່ຽວຊົມກິດຈະກຳ ຊີມກາເຟບ້ານເຮົາຢູ່ທີ່ສູນພາສາຟຣັ່ງ (ບ້ານວັດໜອງ ນະຄອນ ຫຼວງພະບາງ).

ວັນທີ 9 ຕຸລາ 2022 ເວລາ 6:00 ໂມງ ຕອນເຊົ້າມີກິດຈະກຳແລນມາລະທອນເພື່ອໂຮງໝໍເພື່ອນລາວ, ເວລາ 8:00 ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ ເວລາ 13:00 ເຕົ້າໂຮມ ພຣະສົງ-ສາມະເນນ ແລະປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ, ຕອນແລງເວລາ 18:00 ໂມງ ປະກວດເຂົ້າໜົມພື້ນເມືອງລາວ ແລະປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນ ຫຼວງພະບາງ, ວັນຈັນ 10 ຕຸລາ 2022 ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ, ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄດ້ປະທີບ(ໂຄມໄຟ) ຕາມວັດວາອາຮາມ ພາຍໃນນະຄອນ ຫຼວງພະບາງ.

ວັນທີ 11 ຕຸລາ 2022 ຕອນເຊົ້າ: ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟ ໃຫ້ຮຽບຮ້ອຍ ແລະມີຄວາມສວຍງາມ, ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ໜ້າຫໍພິພິທະພັນ ແຫ່ງຊາດຫຫລວງພະບາງ, ເວລາ 18:30 ເລີ່ມພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ ວັດປ່າຮວກ ຈໍານວນ 1 ກັນ, ເວລາ 19:00 ເປີດພິທີບຸນໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

Leave a Reply

Your email address will not be published. Required fields are marked *