ຫງວຽນກວາງຮາຍ ປີກຊຸບເປີສະຕາຣທີມຊາດຫວຽດນາມ ໄວ 25 ປີ ສາມາດຍິງປະຕູທຳອິດກັບຕົ້ນສັງກັດໃໝ່ ພໍລ ເອັຟຊີ (Pau FC) ທີມໃນລີກລະດັບສອງຂອງຝຣັ່ງ (Ligue 2) ໃນວັນທີ 8 ຕຸລາຜ່ານມາ ເປັນປະຕູຕີສະເໝີທ້າຍເກມໃຫ້ Pau FC ເປີດບ້ານສະເໝີກັບ ໂຣເດັຊ 2-2.
ຫງວຽນກວາງຮາຍ ລົງມາໃນຖານະຕົວສຳຮອງ ນາທີ 78′ ແລະ ຊັດປະຕູຕີສະເໝີ ນາທີ 86′, ກວາງຮາຍ ຍ້າຍຈາກ ຮ່າໂນ້ຍ ທີມໃນລີກບ້ານເກີດ ມາຫາຄວາມທ້າທາຍໃໝ່ກັບ Pau FC ໃນລະດູການນີ້ ເຊັນສັນຍາ 2 ປີ ໄດ້ລົງຫລິ້ນ 8 ນັດ, ເປັນຕົວຈິງ 2, ສຳຮອງ 6 ນັດ, ແຕ່ຜົນງານຂອງ Pau FC ໃນລະດູການນີ້ ບໍ່ດີປານໃດ ຢູ່ທ້າຍຕາຕະລາງ ແຂ່ງ 11 ນັດ ມີ 11 ຄະແນນ ຢູ່ອັນດັບທີ 16 ຫ່າງຈາກພື້ນທີ່ຕົກຊັ້ນພຽງ 1 ຄະແນນ. ນັດຕໍ່ໄປ ກວາງຮາຍ ຈະພາ Pau FC ໄປຢາມ ແອນເນຊີ້ ໃນຄືນວັນທີ 15 ຕຸລານີ້.
Photo: Pau Football Club